Header Ads

ແຜນຍຸດທະສາດປ່າໄມ້ ແຕ່ນີ້ຫາ 2020 ທົ່ວປະເທດຈະຕ້ອງມີເນື້ອທີ່ປ່າປົກຫຸ້ມ 70%





ວັນທີ 5 ມີນາ 2018 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສຳມະນາລະດັບຊາດກ່ຽວກັບການສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ເພື່ອປະກອບສ່ວນບັນລຸຄວາມປົກຫຸ້ມປ່າໄມ້ 70% ໃນປີ 2020 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຮອງລັດຖະມົນຕີ ແລະ ບັນດາຜູ້ຕາງໜ້າຂອງແຂວງເຂົ້າຮ່ວມ.



ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ປ່າໄມ້ແມ່ນຊັບພະຍາກອນທຳມະຊາດອັນລໍ້າຄ່າ ເຊິ່ງເປັນມໍລະ ດົກຕົກທອດຈາກບັນພະ ບຸລຸດຂອງພວກເຮົາ ແລະ ມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດໂດຍທາງກົງ ແລະ ທາງອ້ອມຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້ແມ່ນຄົນເຮົາບໍ່ສາມາດເຮັດແທນໄດ້. ນອກຈາກນັ້ນ, ປ່າໄມ້ຍັງປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ເຊິ່ງບໍ່ພຽງແຕ່ນຳໃຊ້ໄມ້ເພື່ອປຸກສ້າງເຮືອນຊານເທົ່ານັ້ນ, ແຕ່ຍັງອາໄສປ່າໄມ້ເປັນແຫຼ່ງທຳມາຫາກິນ, ຫາຢາປົວພະຍາດ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບເຂົ້າຄອບຄົວ.



ເຖິງແນວໃດກໍ່ຕາມ, ການຈັດຕັ້ງປະຕິບັດນະໂຍບາຍ ແລະ ຍຸດທະສາດປ່າໄມ້ ໃນໄລຍະຜ່ານມາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງໄດ້ສ້າງຜົນກະທົບຕໍ່ປ່າໄມ້ ແລະ ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດລົງໃນແຕ່ລະໄລຍະ; ຕາມການສຳຫຼວດຂອງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 1940 ຄາດຄະເນການປົກຫຸ້ມປ່າໄມ້ໃນລາວ ມີປະມານ 70% ຂອງເນື້ອທີ່ທົ່ວປະເທດ ແລະ ໃນປີ 2015 ເຫັນວ່າເນື້ອທີ່ປ່າໄມ້ຫຼຸດລົງຮອດ 58% ເຊິ່ງສາເຫດທີ່ເຮັດໃຫ້ປ່າໄມ້ຫຼຸດລົງແມ່ນການຫັນປ່ຽນເນື້ອທີ່ປ່າໄມ້ໄປສູ່ເປົ້າໝາຍອື່ນແບບບໍ່ມີແຜນການ, ການຖາງປ່າເຮັດໄຮ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະໃນເຂດພູດອຍ ແລະ ການຂຸດຄົ້ນໄມ້ແບບບໍ່ຍືນຍົງ.



ຕໍ່ກັບສະພາບດັ່ງກ່າວ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດຍຸດທະສາດປ່າໄມ້ ຮອດປີ 2020 ໄດ້ກຳນົດວິໄສທັດຈຳນວນໜຶ່ງກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ມີຄວາມຍືນຍົງ ເຊິ່ງໄດ້ກຳນົດເປົ້າໝາຍຕົ້ນຕໍສຳລັບການຄຸ້ມຄອງປ່າໄມ້ ຄື: ເປົ້າໝາຍ 1 ຕ້ອງເຮັດໃຫ້ ສປປ ລາວ ມີເນື້ອທີ່ປົກຫຸ້ມປ່າໄມ້ 70% ຂອງເນື້ອທີ່ທົ່ວປະເທດ; ເປົ້າໝາຍ 2 ຄຸ້ມຄອງປ່າໄມ້ຕາມ 3 ຈຸດປະສົງ ຄື: ສະຫງວນ, ປ້ອງກັນ ແລະ ນຳໃຊ້ ຫຼື ເອີ້ນວ່າປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ; ເປົ້າໝາຍທີ 3 ແມ່ນສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ ໂດຍການ້ອອກດຳລັດສະບັບເລກທີ 96/ນຍ ວ່າດ້ວຍການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍສະໜອງນະໂຍບາຍ ເຊັ່ນ: ການຈັດສັນທີ່ດິນປູກໄມ້, ການໃຫ້ເຊົ່າ ຫຼື ສຳປະທານທີ່ດິນ, ກຳມະສິດຕໍ່ຕົ້ນໄມ້ທີ່ປູກ, ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີອາກອນຕາມລະບຽບການ.



ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກໍ່ໄດ້ກ່າວວ່າ:  ສຳລັບຍຸດທະສາດປ່າໄມ້ຮອດປີ 2020 ການກຳນົດຄາດໝາຍສູ້ຊົນຄືຕ້ອງຍົກລະດັບຄວາມອຸດົມສົມບູນຂອງປ່າໄມ້ທີ່ມີໃນປັດຈະບັນໃຫ້ໄດ້ 70% ( 16.5 ລ້ານເຮັກຕາ ) ດ້ວຍການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ທີ່ບໍ່ຖືກທຳລາຍ; ຟື້ນຟູປ່າໄມ້ທີ່ເສື່ອມໂຊມໃຫ້ໄດ້ 6 ລ້ານເຮັກຕາ; ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ.

ທີ່ມາ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.