Header Ads

ພິທີສະຫຼອງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50ປີ ທີ່ເມືອງຊຳເໜືອ ແຂວງຫົວພັນ



ປະມວນພາບພິທີສະຫຼອງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ 11 ມີນາ 1968 – 11 ມີນາ 2018 ທີ່ເມືອງຊຳເໜືອ ແຂວງຫົວພັນ  ເຊິ່ງຖືກເປັນບັ້ນຮົບທີ່ມີສໍາຄັນໃນປະຫວັດສາດ , ເປັນບັ້ນຮົມທີ່ລະອິດລະອ້ຽວ, ດຸເດືອດ ແລະ ຄ້ຽວຂາດທີ່ສຸດ ທີ່ສະທ້ອນການຕໍ່ສູ້ ແລະ ສະແດງນໍ້າຄວາມສາມັກຄີເດັດດ່ຽວຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດເລືອດເນື້ອ ແລະ ຢາດເຫື່ອແຮງກາຍໃນການປົກປັກຮັກສາ ດິນແດນ ແລະ ອະທິປະໄຕຂອງຊາດລາວໄວ້ຈົນເຖິງປັດຈຸບັນ.



ປະຫວັດໂດຍສັງເຂັບຂອງບັ້ນຮົບປ່ອຍຜາຖີ່: 
(1) ໃນລະຫວ່າງສົງຄາມການປະຕິວັດຊາດປະຊາທິປະໄຕ ປົດປ່ອຍປະເທດຊາດລາວ ແລະ ສົງຄາມເຕົ້າໂຮມປະເທດຊາດຫວຽດນາມ, ຜາຖີ່ ຖືກໃຊ້ເປັນທີ່ຕັ້ງທາງທະຫານລັບ ຂອງອາເມລິກາ ທີ່ຮູ້ຈັກກັນໃນນາມຊື່ລະຫັດຂອງມັນ ລີມາ 85 ຫຼື (LS-85) ແລະ ຖືກຍຶດໂດຍກໍາລັງປະຕິວັດໄດ້ໃນບັ້ນຮົບ ວັນທີ່ 10-11 ມີນາ 1968;

(2) ຜາຖີ່ ເປັນທີ່ຕັ້ງສະຖານເລດາ LS-85, ຕັ້ງຢູ່ເທີງຈອມຜາສູງຈາກລະດັບນໍ້າທະເລ 1,700 ແມັດ ຕຳແໜ່ງ 202642N 1034305E ຫຼື ພີກັດ UH65496355 ອຸປະກອນທຸກຢ່າງທີຢູ່ເທີງຜາທີແມ່ນລຳລ່ຽງດ້ວຍເຄື່ອງບີນເຮລີຄອບເຕີເທົ່ານັ້ນ ແລະ ດ້ານຕາເວັ້ນຕົກເປັນໜ້າຜາສູງຄວາມຊັນເກືອບ 90 ອົງສາ;

(3) ທີດຕາເວັນອອກເຖີງຈະມີບ່ອນອຽງ ແມ່ນບໍສາມາດປີນຂື້ນໄປໄດ້ໂດຍງ່າຍ, ແຕ່ກຳລັງຝ່າຍປະຕິວັດລາວສາມາດບຸກຂື້ນຍືດໄດ້ທ່າມກາງຄວາມແປກໃຈຂອງຫຼາຍຝ່າຍ, ໂດຍທະຫານ ແລະ ເຈົ້າໜ້າທີອາເມລິກາທີປ້ອງກັນຢູ່ເທີງຜາຖີ່ ມີຈຳນວນໜື່ງໄດ້ເສຍຊິວິດໃນເຫດການສູ້ຮົບໃນຄັ້ງນັ້ນ;

(4) ລະຫວ່າງປີ 1994-2004 ໄດ້ມີການດໍາເນີນການຂຸດຄົ້ນຫາຊາກສົບຂອງທະຫານ (ອາກາດ) ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ແລະ ໄດ້ມີການສົ່ງມອບ ຊາກຂອງທະຫານທີ່ຫາຍສາບສູນ ຄືນໃຫ້ອາເມລິກາ.


ໃນປັດຈຸບັນ, ກຳລັງພັດທະນາ "ຜາຖີ່" ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ສຸມໃສ່ໃຫ້ທັນໃນງານສະເຫລີມສະຫຼອງວັນປົດປ່ອຍຜາຖີ່ຄົບຮອບ 50 ປີ.














ພາບ ແລະ ຂ່າວ: ຫົວພັນວັນນີ້  ແລະ  ທ່ານ ສຸລະອຸດົງ ສຸນດາລາ 
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.