Header Ads

ທີມຊາດລາວ U-16 ເອົາຊະນະ ມິຢາຊາກິ ( Miyazaki Selection Team ) 1-0




ກິລາບານເຕະທີມຊາດລາວ ປະເພດອາຍຸບໍເກີນ 16 ປີ ສາມາດເອົາຊະນະທີມຈາກເຈົ້າພາບຍີ່ປຸ່ນ ມິຢາຊາກິ 1-0 ໃຫ້ທີມຊາດລາວ ເປັນຮອງແຊັມກຸ່ມ D ຜ່ານເຂົ້າຮອບຈະໄປພົບກັບ ທີມຊາດ ສິງກະໂປ ທີ່ເປັນອັນດັບ 2 ຂອງກຸ່ມ C ແລະ ຈະແຂ່ງຂັນໃນວັນອາທິດ 11 ມີນາ 2018 ເວລາ ທີ່ເມືອງມີຢາຊາກິ ປະເທດຍີ່ປຸ່ນ





ສໍາລັບການແຂ່ງຂັນບານເຕະລາຍການ JENESYS Japan-ASEAN U-16 Football Exchange Programme, ໃນລະຫວ່າງວັນທີ 6-15 ມີນາ 2018, ທີ່ເມືອງ ມິຢາຊາກິ (Miyazaki) ປະເທດ ຍີ່ປຸ່ນ ມີທີມເຂົ້າຮ່ວມທັງ 12 ທີມ ເຂົາຮ່ວມ ໂດຍທີມຊາດລາວ ຢູ16 ລົງສະໜາມນັດທໍາອິດເສຍໃຫ້ ຫວຽດນາມ 1-2 ໂດຍ ລາວ ໄດ້ ປະຕູຂຶ້ນນຳກ່ອນ ຈາກ ເບີ 10 ໂຈນີ້ ແຫວນປະເສີດ ນາທີ 13, ກ່ອນທີ່ ຫວຽດນາມ ຍິງ 2 ປະຕູ ໃນເຄິ່ງເວລາທີ 2 ນາທີ 50 ແລະ 57 ແລະ ການແຂ່ງຂັນນັດທີ 2 ທີມຊາດລາວ ສາມາດເອົາຊະນະ ມິຢາຊາກິ ( Miyazaki Selection Team ) 1-0 ຈາກການຍິງຂອງ ເບີ 6 ອາລຸນໄນ ລຸນລາສີ ໃນນາທີ 62 ເຮັດໃຫ້ທີມຊາດລາວ ເປັນຮອງແຊັມກຸ່ມ D ຜ່ານເຂົ້າຮອບຈະໄປພົບກັບ ທີມຊາດ ສິງກະໂປ ທີ່ເປັນອັນດັບ 2 ຂອງກຸ່ມ ຊີ ເຊິ່ງຈະແຂ່ງຂັນໃນວັນອາທິດ 11 ມີນາ 2018 ເວລາ 12:30 ນາທີ.



ການແຂ່ງຂັນບານເຕະ Japan-ASEAN U-16 Football Exchange Programme ມີທີມເຂົ້າຮ່ວມທັງ 12 ທີມ ໂດຍແບ່ງອອກເປັນ 4 ສາຍລູ່ມນີ້:

1. ກຸ່ມ A : ທີມຊາດຍີ່ປຸ່ນ, ຕີມໍ ເລສເຕ ແລະ ມາເລເຊຍ;
2. ກຸ່ມ B : ອິນໂດເນເຊຍ, ຟິລິບປິນ ແລະ ກຳປູເຈຍ;
3. ກຸ່ມ C : ໄທ, ສິງກະໂປ ແລະ ບຣູໄນ;
4. ກຸ່ມ A : ຫວຽດນາມ, ລາວ ແລະ ມິຢາຊາກິ  (Miyazaki Selection Team)




ຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.