Header Ads

ລູກທໍລະພີໃຊ້ມີດແທ່ງພໍ່ຈົນໝົດສະຕິ ແລະ ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍ ເຫດຍ້ອນຂໍເງິນໄປຫຼິ້ນບຸນບໍ່ໄດ້





ນະຄອນຫຼວງວຽງຈັນ : ອີງຕາມການລາຍງານຂອງ  ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ວ່າ:  ວັນທີ 09/03/2018 ເວລາ 09:45 ນາທີ ເກີດເຫດລູກຄາດຕະກຳພໍ່ຢູ່ບ້ານ ໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໜ່ວຍກູ້ໄພ ມູນນິທິ 1623 ໄດ້ຮັບເຫດຢູ່ໜ້າສູນ ໂດຍແມ່ນພີ່ນ້ອງນຳສົ່ງເອງ ມີຜູ້ປະສົບເຫດ 1 ຄົນ ເປັນຊາຍ ໄດ້ຮັບບາດເຈັບສາຫັດ ມີບາດແຜຈີກໃຫຍ່ຢູ່ລຳຄໍ 2 ບາດແຜ ກ້ອງເອິກ 1 ບາດແຜ ແລະ ກາງເອິກ 1 ບາດແຜ. ອາສາສະໝັກໄດ້ຊ່ວຍເຫຼືອຢ່າງເຕັມທີ ແຕ່ກໍ່ບໍ່ອາດຢື້ຊີວິດຜູ້ປະສົບເຫດໄດ້ ເນື່ອງຈາກຜູ້ປະສົບເຫດໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ






ຂໍ້ມູນເບື້ອງຕົ້ນຈາກໜ່ວຍກູ້ໄພບອກໃຫ້ຮູ້ວ່າ : ຜູ້ເຈັບເປັນເພດຊາຍ ອາຍຸ 52 ປີ , ອາຊີບຄ້າຂາຍ ບ້ານໂຄກສະອາດ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ ໂດຍຖືກລູກໃຊ້ມີດໂຕເອງແທ່ງບໍລິເວນຫນ້າທ້ອງ 4ບ່ອນ ເປັນບາດເປີດໃຫຍ່ ແລະ ໄດ້ປໍ້າຫົວໃຈ ເຊິ່ງໜ່ວຍກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ ແລະ ເສຍຊີວິໃນເວລາຕໍ່ມາ


ຈາກການບອກເລົ່າຈາກຜູ້ເຫັນເຫດການໄດ້ບອກວ່າ ຜູ້ເປັນລູກຊາຍໄດ້ຂໍລົດ ແລະ ຂໍເງິນນຳພໍ່ເພື່ອໄປຫຼິ້ນບຸນ ແຕ່ພໍ່ບໍ່ມີໃຫ້ ແລະ ບໍ່ເອົາລົດໃຫ້ໄປ ຈຶ່ງເກີດມີປາກສຽງກັນເກີດຂຶ້ນໂດຍການຖຽງກັນເກີດຄວາມຮຸນແຮງຂຶ້ນແລ້ວລູກກໍ່ໃຊ້ມີແທງພໍ່ຢູ່ລຳຄໍ 2 ບາດ ແລະ ແຖວເອິກ 2 ບາດ ເຮັດໃຫ້ພໍ່ລົ້ມຟຸບລົງກັບທີ ຈາກນັ້ນ ລູກທໍລະພີຈຶ່ງໄດ້ຍາດເອົາກະແຈລົດຈັກ ແລະ ຂັບລົດອອກໄປຢ່າງໜ້າຕາເສີຍ.




ທາງຜູ້ເປັນແມ່ ແລະ ຍາດພີ່ນ້ອງພົບເຫັນຈຶ່ງໄດ້ຮີບນຳສົ່ງຢູໂຮງໝໍທັນທີ ເນື່ອງຈາກທາງໄປໂຮງໝໍຜ່ານໜ່ວຍກູ້ໄພຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຈາກອາສາສະໝັກ ແຕ່ກໍ່ໜ້າເສົ້າສະຫຼົດໃຈທີ່ຜູ້ບາດເຈັບສິ້ນໃຈໃນເວລາຕໍ່ມາ

ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ນາທີຊີວິດ 
© ຈໍາປາໂພສ |  www.champapost.com
_________






No comments

Powered by Blogger.