Header Ads

ຄາດຕະກຳພໍ່ຍ້ອນຂໍເງິນ 50 ພັນກີບບໍ່ໄດ້ ເຫດເກີດທີ່ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ




ໃນວັນທີ 13 ມີນາ 2018, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີຄາດຕະກຳ (ລູກຊາຍໃຊ້ມີດແທງພໍ່ເສຍຊີວິດ) ຢູ່ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຍ້ອນຂໍເງິນ 50 ພັນບໍ່ໄດ້ ຈຶ່ງເກີດມີການຜິດຖຽງກັບຜູ້ເປັນພໍ່ຈົນເຖິງຂັ້ນລົງມືຄາດຕະກໍາ.

ພັຕ ບຸນມີ ແກ້ວພົມມາ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທານີ ຖະແຫຼງວ່າ: ໃນເວລາປະມານ 9:00 ໂມງ ຂອງວັນທີ 9 ມີນາ 2018 ຮັບແຈ້ງເຫດການຄາດຕະກໍາຢູ່ບ້ານໂຄກສະອາດ ເມືອງໄຊທານີ. ຈາກນັ້ນ, ເຈົ້າໜ້າທີ່ລົງສະຖານທີ່ເກີດເຫດ ແລະ ຈັບຕົວຜູ້ກໍ່ເຫດຊື່ ທ້າວ ແສງດາວເພັດ ອາຍຸ 24 ປີ ເປັນລູກຊາຍຂອງຜູ້ເສຍຊີວິດມາສອບສວນ; ເຊິ່ງໃນມື້ເກີດເຫດ ແມ່ຂອງ ທ້າວ ແສງດາວເພັດ ໃຊ້ໃຫ້ຈັດໂຕະ-ຕັ່ງ ເພື່ອກຽມຮັບແຂກທີ່ຈະມາຫຼິ້ນບຸນພະເຫວດຢູ່ເຮືອນ, ພາຍຫຼັງສໍາເລັດ ກໍໄປອາບນໍ້າແຕ່ງໂຕ ຈະອອກໄປຫຼິ້ນນໍາໝູ່ ແລະ ໄດ້ຂໍເງິນນໍາແມ່ຈໍານວນ 50.000 ກີບ ແຕ່ຜູ້ເປັນແມ່ບໍ່ໃຫ້ ຍ້ອນລູກມີພຶດຕິກໍາເສບຢາເສບຕິດ ຈຶ່ງເກີດມີປາກສຽງກັບຜູ້ເປັນແມ່ ແລະ ອາລະວາດຄອບຄົວ, ຜູ້ເປັນພໍ່ຊື່ ທ້າວ ຄໍາແສນ ອາຍຸ 54 ປີ ຢູ່ໃນເຫດການໄດ້ເຂົ້າມາຫ້າມ ແລະ ໄດ້ບອກຜູ້ເປັນລູກເຊົາ ຖ້າບໍ່ເຊົາຈະໂທເອົາຕໍາຫຼວດມາຈັບໄປດັດສ້າງແລ້ວຍ່າງໄປປ່ອຍລົມຢາງລົດຈັກ ເພື່ອບໍ່ໃຫ້ລູກຂັບຂີ່ອອກໄປທາງໃດ; ຈາກນັ້ນ ທ້າວ ແສງດາວເພັດ ໄດ້ເຂົ້າຍາດເອົາກະແຈລົດໃຫຍ່ທີ່ຕິດຢູ່ແອວພໍ່ ໃນຂະນະນັ້ນຜິດຖຽງກັນຢ່າງຮຸນແຮງເຖິງຂັ້ນລົງມືຕີກັນ ແລະ ໄດ້ແລ່ນໄປຈັບເອົາມີດປອກໜາກໄມ້ຢູ່ເຮືອນຄົວ ຍາວປະມານ 20 ຊັງຕີແມັດ ແທງເຂົ້າໜ້າທ້ອງຂອງພໍ່ 1 ບາດ ແລະ ໜ້າເອິກ 1 ບາດ; ຈາກນັ້ນ, ໄດ້ແທງເຂົ້າລໍາຄໍ 2 ບາດ, ເຮັດໃຫ້ຜູ້ເປັນພໍ່ລົ້ມລົງ. ຈາກນັ້ນ, ຜູ້ກ່ຽວປົດເອົາກະແຈລົດ ແລະ ເອົາຕົວຫຼົບໜີ, ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບໄດ້ຢູ່ບ້ານພັກແຫ່ງໜຶ່ງເຂດບ້ານໜອງໜ່ຽງ ເມືອງໄຊເສດຖາ.

ພັຕ ບຸນມີ ແກ້ວພົມມາ ໃຫ້ຮູ້ຕື່ມວ່າ: ສໍາລັບຄະດີຄາດຕະກໍາທີ່ນໍາສົບໄປຝັງດິນ ຢູ່ເຂດບ້ານໂພນໄຮຄໍາ ເມືອງໄຊທານີ, ຜ່ານການສືບສວນໄດ້ໃນເບື້ອງຕົ້ນແມ່ນເປັນເພດຊາຍຖືກຄາດຕະກໍາປະມານ 2 ເດືອນ ແລະ ສັນນິຖານວ່າເປັນຄົນຈາກຖິ່ນອື່ນ, ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງສືບຕໍ່ຂະຫຍາຍຜົນ.



ຂ່າວ: ນສພ ຄວາມສະຫງົບ

© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.