Header Ads

ເມືອງຄອບເປີດປີທ່ອງທ່ຽວລາວ 2018 ພ້ອມກັບ ບຸນນະມັດສະການພຣະທາດປວກ




ບຸນນະມັດສະການພະທາດປວກເມືອງ ຄອບ ແຂວງ ໄຊຍະບູລີ ໄດ້ເປີດຂຶ້ນພ້ອມກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃນວັນທີ່ 14 ມີນາ ນີ້, ເຂົ້າຮ່ວມເປັນກຽດ ແລະ ລັ່ນຄ້ອງເປີດງານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ປະຈົນ ປັດສະກຸນ ຜູ້ວ່າຣາສະການຈັ່ງຫວັດ ພະເຍົາ ຣາສະອານາຈັກໄທ, ມີບັນດາພະແນກການກົມກອງອ້ອມຂ້າງແຂວງ, ມີນັກທຸລະກິດຜູ້ປະກອບການ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເມືອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.





ໃນພິທີ ທ່ານ ເສີດ ແສງສຸລິນ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ປະທານຈັດງານບຸນໄດ້ຂຶ້ນກ່າວລາຍງານການກະກຽມຂອງບຸນ ທ່ານໄດ້ກ່າວວ່າ: ການຈັດບຸນນະມັດສະການພຣະທາດປວກ ປະຈໍາປີ 2018 ຕິດພັນກັບການຕ້ອນຮັບປີທ່ອງທ່ຽວລາວປີນີ້ ເນື້ອແທ້ແມ່ນເປັນການອານຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າໃຫ້ຄົງຢູ່ຄູ່ກັບເມືອງຄອບພວກເຮົາຕະລອດໄປ ແລະທັງເປັນການຍົກລະດັບວຽກງານທ່ອງທ່ຽວຂອງແຂວງ ກໍຄືຂອງເມືອງຄອບໃຫ້ສູງຂຶ້ນອີກບາດກ້າວໜຶ່ງ, ເຊີ່ງໃນງານປະກອບມີຫຼາຍກິດຈະກໍາເຊັ່ນ: ພິທີກໍາທາງສາດສະໜາ ( ແຮ່ຕົ້ນກັນຂື້ນພຣະທາດປວກ, ສູດຂວັນເຂົ້າ, ຕັກບາດ ); ການແຮ່ຂະບວນກ້ອນກໍາລັງ ແລະ ປະດັບປະດາແສງສີຕ່າງໆ, ການການວາງສະແດງຜົນຜະລິດກະສິກໍາ, ການປະກວດສິລະປະ – ວັນນະຄະດີ, ນັກຮ້ອງສຽງດີ ແລະ ນາງສາວງາມ, ປະກວດອາຫານພື້ນບ້ານ, ວາງສະແດງສິນຄ້າ ແລະ ຕະຫຼາດນັດ, ກິດຈະກໍາເຮືອຊ່ວງບັນດາບ້ານ ແລະ ບັນດາເມືອງ, ແຂ່ງຂັນກອງຫາງ, ຈູດບັ້ງໄຟດອກ; ຊົມການວິຖີຊີວິດຂອງ 6 ເຜົ່າ, ທ່ອງທ່ຽວຖໍ້າ , ຂີ່ເຮືອທ່ຽວຊົມທໍາມະຊາດແຄມຂອງ ແລະ ການແຂ່ງຂັນກິດຈະກໍາມ່ວນຊຶ່ນອື່ນໆ, ຈາກນັ້ນ ທ່ານ ພົມ ມິ່ງບຸບຜາ ເຈົ້າເມືອງ-ເມືອງຄອບກໍ່ໄດ້ກ່າວໄຂງານຢ່າງເປັນທາງການ ທ່ານໄດ້ກ່າວວ່າ: ພຣະທາດປວກແມ່ນປູສະນິຍະສະຖານທີ່ເກົ່າແກ່, ເປັນບ່ອນສັກກະລະບູຊາ ແລະ ເຄົາລົບນັບຖືຂອງຊາວເມືອງຄອບມາແຕ່ບູຮານນະການ ເຊິ່ງມີອາຍຸ 481 ປີ, ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນເມືອງໃຫ້ນັບມື້ນັບຂະຫຍາຍຕົວ ແລະ ກາຍເປັນປັດໃຈສຳຄັນອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມກໍ່ຄືການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ; ເປັນການປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຂອງເຜົ່າ, ມູນເຊື້ອຄວາມສາມັກຄີ, ດຸໝັ່ນຂະຫຍັນພຽນຂອງປະຊາຊົນຊາວເມືອງຄອບສູ່ສາຍຕາຂອງມວນຊົນກໍ່ຄືແຂກທີ່ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ, ພ້ອມດຽວກັນ ທ່ານເຈົ້າແຂວງພ້ອມດ້ວຍຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ, ຕັດແຖບຜາ, ປ່ອຍປຸມເປົ້າ ແລະ ເປີດປ້າຍງານບຸນຢ່າງເປັນທາງການ.

ພາບ ແລະ ຂ່າວ:  ວສລ (ຂ່າວແຂວງໄຊຍະບູລີ) 
© ຈໍາປາໂພສ |  www.champapost.com
_________





No comments

Powered by Blogger.