Header Ads

ສປປ ລາວ ໄດ້ເງື່ອນໄຂ-ມາດຖານ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແລ້ວ





ເມື່ອບໍ່ດົນມານີ້, ຄະ​ນະ​ກຳ​ມະ​ການ ວ່າດ້ວຍນະໂຍບາຍ ເພື່ອ​ການ​ພັດ​ທະ​ນາ, ເຊິ່ງ​ເປັນ​ໜ່ວຍ​ງານ​ ສະ​ເພາະ​ກິດ​ໜຶ່ງ ຂອງ​ ສະພາ​ເສດ​ຖະ​ກິດ-ສັງ​ຄົມ ອົງການສະຫະປະຊາຊາດ (ສປຊ) ​​ຕັ້ງຢູ່​ນິວຢອກ ໄດ້​ປະ​ກາດ​ວ່າ: ສ​ປ​ປ ລາວ ​ປະ​ຕິ​ບັດ​ໄດ້​ຕາມ​ເງື່ອນ​ໄຂ ແລະ ມາດຕະ​ຖານ ຂອງ ອົງການສະຫະ​ປະ​ຊາຊາດ​ ໃນ​ການ​ຫລຸດ​ພົ້ນ​ອອກ​ຈາກສະຖາ​ນະ​ພາບ​ຂອງການ​ເປັນ​ປະ​ເທດ​ດ້ອຍ​ພັດ​ທະ​ນາຄັ້ງ​ທຳ​ອິດ. ຄະນະກຳມະການດັ່ງກ່າວ ​ທົບ​ທວນຄວາມ​ຄືບ​ໜ້າ​​​ ເພື່ອຈະຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ​ແຕ່​​ລະ​ປະ​ເທດໃນ​ທຸກໆ ສາມ​ປີ. ໃນນັ້ນ ​ປະ​ເທດ​ທີ່​ຈະ​ສາ​ມາດ​​ຫລຸດ​ພົ້ນ ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດັ່ງ​ກ່າວ ໄດ້ຕ້ອງໃຫ້ໄດ້ສອງໃນສາມເງື່ອນໄຂ ແລະ ມາດຕະຖານທີ່​ວາງ​ໄວ້.



ການ​ປະ​ເມີນ​ຜົນ ແລະ ທົບ​ທວນ ໃນປີ 2018 ເຫັນ​ວ່າ: ສ​ປ​ປ ລາວ ສາ​ມາດ​ບັນ​ລຸຕາມ​ເງື່ອນ​ໄຂ ແລະ ເກນມາດ​ຕະຖານຂັ້ນ​ຕໍ່າຂອງຍອດ​ລາຍ​ຮັບ​ແຫ່ງຊາດ ຕໍ່​ຫົວ​ຄົນ(GNI) ແລະ ດັດ​ຊະ​ນີ​ຊັບ​ສິນມະນຸດ (HAI), ທີ່ເປັນດັດ​ຊະ​ນີ​ ປະ​ສົມ​ປະ​ສານ ຂອງ​ການ​ປະ​ເມີນ​ ຊັບສິນ​ມະ​ນຸດ. ​ເຖິງ​ແນວ​ໃດ​ກໍ່​ຕາມ, ສປປ ລາວ ກໍ່ຍັງບໍ່ທັນໄດ້ ຕາມເກນມາດຕະຖານ ຂອງດັດ​ຊະ​ນີ​ຄວາມ​ອອ່ນໄຫວ ດ້ານ​ເສດ​ຖະ​ກິດ(EVI) ເທື່ອ, ທີ່​ເປັນມາດຕະຖານວັດ​ແທກ ຄວາມກຽມພ້ອມ ແລະ ຢືດຢຸນໄດ້ ໃນເວລາເສດຖະກິດບໍ່​ມີສະ​ຖຽນ​ລະ​ພາບ ຫລືຖືກແຮງ​ກົດ​ດັນ​. ສະນັ້ນ, ຖ້າ ຫາກ ສ​ປ​ປ ລາວ ສາ​ມາດ​​ຮັກ​ສາ​ໄວ້ໄດ້ ຂີດລະ​ດັບ​ການ​ພັດ​ທະ​ນາ​ ແລະ ສາ​ມາດ​ ບັນ​ລຸຕາ​ມ​ເງື່ອນ​ໄຂ ແລະ ມາດຕະ​ຖານ ໃນ​ລັກ​ສະ​ນະ​ດັ່ງ​ກ່າວ​​ ໃນປີ 2021, ສ​ປ​ປ ລາວ ກໍ​ຈະ​ຖືກ​ລົບອອກ​ຈາກ​ບັນ​ຊີ​ ຂອງ​ການ​ເປັນ​ປ​ະ​ເທດ​ດ້ອຍ​ພັດ​ທະ​ນາ ຢ່າງເປັນທາງການ ໃນ​ປີ 2024. ​


ທ່ານນາງ ຄາ​ຣີ​ນາ ອີ​ມ​ໂມ​ເນັນ ຜູ້​ປະ​ສານ​ງານ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ວ່າ: ພວກ​ເຮົາ​ ມີຄວາມ​ຍິນ​ດີ ຕໍ່​ຜົນ​ສຳ​ເລັດ​ ທີ່​ມີ​ຄວາມສຳ​ຄັນ​ ໃນ​ຄັ້ງ​ນີ້ ຂອງລັດ​ຖະ​ບານ​ລາວ ເຊິ່ງ​​ສະ​ແດງ​ ໃຫ້​ເຫັນ​ເຖິງ​ຄວາມກ້າວ​ໜ້າອັນຕໍ່ເນື່ອງ ​ພາຍ​ໃຕ້​ ການ​ວາງ​ແຜນ​ນະ​ໂຍ​ບາຍ​ທີ່​ດີ ແລະ ຖືກ​ຕ້ອງ, ເພື່ອກ້າວໄປສູ່ ຜົນສຳເລັດ ຂອງການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແຫ່ງ​ຊາດ ຄັ້ງ​ທີ 8. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່​ ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ ສ​ປ​ປ ລາວ​​ ໃນ​ຂະ​ບວນ​ການ​ຕ່າງໆ ເພື່ອ​​ຫລຸດ​ພົ້ນ​ອອກ​ຈາກ​ ສະ​ຖາ​ນະ​ພາບ ຂອງ​ການ​ເປັນ​ປະ​ເທດ ​ດ້ອຍ​ພັດ​ທະ​ນາ ແລະ ເພື່ອ​ບັນ​ລຸ​ວາ​ລະແຫ່ງການ ​ພັດ​ທະ​ນາປີ 2030 ທີ່​ມີ​ຄວາມ​ຍືນ​ຍົງ, ​ຄວາມ​ສະ​ເໝີ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ບໍ່​ປະ​ປ່ອຍ​ໃຜ​ໄວ້ ​ຢູ່​ເບື້ອງ​ຫລັງ.




ຄະ​ນະ​ກຳ​ມະ​ການ ວ່າດ້ວຍ​ນະ​ໂຍ​ບາຍ ເພື່ອການ​ພັດ​ທະ​ນາແຈ້ງວ່າ: ຍອດ​ລາຍ​ຮັບ​ແຫ່ງຊາດ ຕໍ່​ຫົວ​ຄົນ(GNI) ຂອງ ສປປ ລາວ ແມ່ນ 1,996 ໂດ​ລາສະ​ຫະ​ລັດ ເຊິ່ງ​ຫລາຍກວ່າເກນມາດຕະຖານ ຂັ້ນຕໍ່າ ຄື 1,230 ໂດ​ລາ​ສະ​ຫະ​ລັດ ຫລື ສູງກວ່ານັ້ນ ເຊິ່ງ​ແມ່ນ​ເກນ​ມາດຕະ​ຖານ ​ທີ່​ວາງ​ໄວ້ (1,232 ໂດ​ລາ​ສະ​ຫະ​ລັດ ເຊິ່ງທຽບ​ໃສ່​ປະ​ລິ​ມານ​ທີ່​ເພີ່ມ​ຂຶ້​ນ ​ເລັກ​ນ້ອຍ 1,242 ໂດ​ລາ​ສະ​ຫະ​ລັດໃນ​ປີ 2015). ສຳລັບ ດັດ​ຊະ​ນີ​​ ຊັບ​ສິນ​ມະນຸດ ​ສາ​ມາດ​ບັນ​ລຸ​ໄດ້ 72.8 ທຽບ​ໃສ່ເກນ​ມາດ​ຖານ ​ທີ່​ວາງ​ໄວ້ ເຊິ່ງ​ແມ່ນ 66 ຫລື ສູງກວ່ານັ້ນ (60.8 ​ຢູ່ໃນ​ລະ​ດັບ​ເດີມ​ ໃນ​ປີ 2015) ແລະ ດັດ​ສະ​ນີ​ຄວາມອ່ອນໄຫວ​ ດ້ານ​ເສດ​ຖະ​ກິດ​ ສາ​ມາດ​ບັນ​ລຸ​ໄດ້ 33.7, ເຊິ່ງ​ມີ​ຄວາມ​ໃກ້​ຄຽງ​ກັບ​ເກນ​ມາດຕະ​ຖານ ຄື 32 ຫລື ຕໍ່າກວ່ານັ້ນ (36.2 ​​​ຢູ່​ໃນ​ລະ​ດັບ​ເ​ດີມ​ ໃນ​ປີ 2015).

ທີ່ມາ: ລາວໂພສ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.