Header Ads

ສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ທີ່ຊາງຊາ ລາຍງານມີແມ່ຍິງລາວຖືກຕົວະຍົວະຫຼອກລວງໄປແຕ່ງງານກັບຄົນຈີນ ທີ່ ສປ.ຈີນ



ສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ທີ່ຊາງຊາ, ​ແຂວງຫູນານ ສປ ຈີນ ໄດ້ລາຍງານມາຍັງກົມກົງສູນ ກະຊວງການຕ່າງປະເທດວ່າ: ໂດຍອີງຕາມຂໍ້ມູນຂອງສະຖານກົງສູນໃຫຍ່ ສປປ ລາວ ທີ່ ຊາງຊາ ໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫູນານ, ປັດຈຸບັນເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງເຂດປົກຄອງຈູໂຈວ ໄດ້ກວດພົບພົນລະເມືອງລາວຊື່ ນາງ ປ່ຽນ ຈະເລີນສີ ເກີດເມື່ອວັນທີ 5 ກໍລະກົດ 1996 ຖືໜັງສືຜ່ານແດນເລກທີ P1860258 ຢູ່ບ້ານຫ້ວຍເຄື່ອງ ເມືອງນາແລ ແຂວງຫຼວງນ້ນໍ້າທາ ສປປ.


ລາວ ຜູ້ກ່ຽວໄດ້ຖືກນາຍໜ້າຕົວະຍົວະຫຼອກລວງມາແຕ່ງງານກັບຄົນຈີນຢູ່ແຂວງຫູນານ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຂົ້າເມືອງຜິດກົດໝາຍ ແລະ ຢູ່ເກີນກຳນົດ, ເຈົ້າໜ້າທີ່ໄດ້ກວດກາເອກະສານຕົວຈິງ ຜູ້ກ່ຽວໄດ້ເຂົ້າ ສປ.ຈີນ ແຕ່ວັນທີ 17 ກໍລະກົດ 2017 ໂດຍຜ່ານດ່ານປາງໄຮ ໄດ້ 220 ວັນ.


ປັດຈຸບັນຜູ້ກ່ຽວຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງ ເຂດປົກຄອງຈູໂຈວ ແຂວງຫູນານ ແລະ ເຈົ້າໜ້າທີ່ຕຳຫຼວດຂອງເມືອງຫຼີຫຼິງ ມີຈຸດປະສົງຈະສົ່ງຜູ້ກ່ຽວກັບຄືນ ສປປ.ລາວ ໃນວັນທີ 22 ມີນາ 2018 ນີ້, ໂດຍຜ່ານດ່ານບໍ່ຫານ-ບໍ່ແຕນ.


© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.