ເຫດເດັກນັກຮຽນກິນຂະໜົມເປັນພິດຖືກນໍາສົ່ງໂຮງຫມໍກະທັນຫັນ
ໃນວັນທີ 26 ມີນາ 2018 ເກີດເຫດບໍ່ຄາດຝັນເດັກນັກຮຽນປະຖົມຢູ່ໂຮງຮຽນຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ມີອາການປວດຮາກ ແລະ ຖອດທ້ອງ ພາຍຫຼັງທີ່ກິນຂະໜົມຫຍີ່ຫໍ້ Zestar Jelly Drink ເປັນຫອດມາໃນຮູບແບບເຈລລີ . ປັດຈຸບັນ ເດັກນ້ອຍທີ່ປະສົບເຫດໄດ້ນໍາສົ່ງໄປຮັກສາໂຕທີ່ໂຮງໝໍຢູ່ເຂດໃກ້ຄຽງແລ້ວ ແຕ່ຜູ້ເປັນນ້ອງຍັງມີອາການຮາກຢູ່.
ຈາກຂໍ້ມູນຜູ້ໃຊ້ເຟສບຸກຊື່ ก๋อด จอนันทา ລະບຸວ່າເປັນຜູ້ປົກຄອງເດັກ ເຊິ່ງໄດ້ເປີດເຜີຍວ່າຂະໜົມທີ່ລູກຂອງຕົນຊື້ມາກິນແມ່ນຂະໜົມນໍາເຂົ້າຈາກຕ່າງປະເທດທີ່ມີຂາຍຊະຊາຍຢາຍຢັງຕາມໂຮງຮຽນໂດຍສະເພາະຊັ້ນປະຖົມ . ສໍາລັບເຫດການລັກສະນະແບບນີ້ຜ່ານມາກໍເຄີຍມີກໍລະນີເກີດຂຶ້ນມາແລ້ວ ແຕ່ພໍ່ແມ່ຜູ້ປົກຄອງ ຄູອາຈານ ລວມເຖິງເຈົ້າໜ້າທີ່ສາທາລະນະຍັງສຸກຍັງຖືເບົາເລື່ອງນີ້ຢູ່ ເຮັດໃຫ້ເຫດການແບບນີ້ເກີດຂື້ນອີກ.
ທີ່ມາ: ก๋อด จอนันทา
© ຈໍາປາໂພສ | www.champapost.com
_________
Post a Comment