Header Ads

ຂີ້ລັກໄຮໂຊໜ້າຕາດີແຖມມີຖານະ ຂີ່ລົດເກງມາລັກລົດຈັກ




ນະຄອນຫຼວງວຽງຈັນ: ໃນວັນທີ 26 ມີນາ 2018 ເວລາປະມານ 12:27 ນາທີ ຜູ້ໃຊ້ເຟສບຸ໊ກຊື່ Along Sisongkham  ໂພສຂໍ້ຄວາມ ແລະ ຄລີບວິດີໂອ  ເຕືອນໄພທຸກຄົນໃຫ້ລະມັດລະວັງ ແລະ ຂໍຄວາມຊ່ວຍເຫຼືອຫາກທ່ານໃດຮູ້ເບາະແສຄົນຮ້າຍ ກະລຸນາແຈ້ງໄປທີ່  Along Sisongkham ໂດຍເລື່ອງລາວແມ່ນມີ ຄົນຮ້າຍຂີ່ລົດເກງ ເກຍ ສີປອນ ບໍ່ມີທະບຽນ ໄດ້ມາລັກເອົາລົດຈັກ ຂອງພະນັກງານຂອງບໍລິສັດ ແຫ່ງໜື່ງ ທີ່ເຂດນະຄອນຫຼວງວຽງຈັນ.







ຂະບວນການຂອງຄົນຮ້າຍໃນການປະຕິບັດການຈໍຂີ້ລັກແມ່ນພາກັນຂີ່ລົດເກງມາສັງເກດການເບິ່ງສະຖານທີ ແລະ ເປົ້າໝາຍເຫຍື່ອ ພໍພົບເຫັນລົດຄັນເປົ້າໝາຍທີ່ຈອດຢູ່ໜ້າບໍລິສັດທີເກີດເຫດ ຈິ່ງມີຊາຍ ໃສ່ຜ້າມຸບປາກ ລົງມາ ແລ້ວໃຊ້ກະແຈຜີງັດ ເອົາລົດໄປພາຍໃນເວລາ ພຽງ 5 ວິນາທີ ແລະ ເອົາໂຕຫຼົບໜີຢ່າງລອຍນວນ.



ທີ່ມາ: Along Sisongkham
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.