Header Ads

ກະຊວງປ້ອງກັນປະເທດລັດເຊຍກຽມເປີດສຳນັກງານໃນປະເທດລາວ



ກະຊວງປ້ອງກັນຄວາມສະຫງົບແຫ່ງລັດເຊຍວາງແຜນຈະເປີດສຳນັກງານສາຂາໃນປະເທດລາວ ເຊີ່ງບັນດາຜູ້ຊ່ຽວຊ່ານຈາກລັດເຊຍ ຈະອຳນວຍຄວາມສະດວກສະໜັບສະໜູນຝ່າຍລາວໃຫ້ໃຊ້ຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ຂ່າວນີ້ຖືກເຜີຍແຜ່ໃນເວັບໄຊປະສາສຳພັນທາງກົດໝາຍຂອງຢ່າງເປັນທາງການໃນມໍ່ໆມານີ້.







ສິ່ງສໍາຄັນແມ່ນເພື່ອອຳນວຍຄວາມສະດວກໃນການສະໜັບສະໜູນຝ່າຍລາວໃນປະເດັ່ນຄວາມຮ່ວມມືໃນຄວາມໝັ້ນຄົງ ທີ່ສໍາຄັນ, ຂໍ້ຕົກລົງ ມີຈຸດມຸ່ງໝາຍເພື່ອສ້າງສຳນັກງານກະຊວງປ້ອງກັນຄວາມສະຫງົບລັດເຊຍໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ(Lao PDR)ຄຳສັ່ງນີ້ຖືກເຜີຍແຜ່ໃນເວັບໄຊປະຊາສຳພັນຢ່າງເປັນທາງການ. ເອກະສານລະບຸວ່າ ສຳນັກງານແຫ່ງນີ້ໄດ້ຮັບການສະໜັບສະໜູນຈາກທາງການເງິນໂດຍຝັ່ງລາວ ແລະ ການດູແລທາງການແພດແລະການຮັກສາຄວາມປອດໄພຂອງເຈົ້າໜ້າທີໄດ້ຮັບການຮັບປະກັນໂດຍລາວ, ເຊິ່ງເຈົ້າໜ້າທີ່ທີ່ໄປປະຈຳການທີ່ສຳນັກງານແຫ່ງນີ້ຈະປະກອບດ້ວຍ ຫົວໜ້າຄະນະທູດ (Head of the mission ) ຂອງຣັດເຊຍ ,ຮອງຫົວໜ້າລ່າມແລະສະມາຊິກຄອບຄົວ ໂດຍມີລັກສະນະທຽບເທົ່ານັກການທູດ.





ເພື່ອໃຫ້ເປັນໄປຕາມຂໍ້ຕົກລົງ ຄະນະທູດຈະມີສິດໄປຢ້ຽມຍາມໜ່ວຍຕ່າງໆຂອງກອງທັບລາວ ເຊິ່ງໃຊ້ອາວຸດຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ເອກະສານຍັງລະບຸອີກວ່າຜູ້ຊ່ຽວຊານຈາກຄະນະການທູດຈະບໍ່ມີສິດເຂົ້າຮ່ວມພາລະກິດທາງການທະການ ແຕ່ຈະດຳເນີນການໃນຖານະຜູ້ໃຫ້ຄຳປຶກສາປເທົ່ານັ້ນ (ມີໜ້າທີ່ເປັນນັກວາງແຜນຍຸດທະສາດນັ້ນແຫຼະ)



ໃນເດືອນກັນຍາ 2017 ທ່ານ ຕຣິດມິສທີສ ເມດເວເດຟ( Dmitry Medvedev) ນາຍົກລັດຖະມົນຕີຂອງລັດເຊຍແລະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມໝັ້ນຄົງ ໃນການສ້າງເຂື່ອນໄຟຟ້າພະລັງງານນ້ຳ sekomg-5(ເຂື່ອນ)ໃນປະເທດລາວ ຂໍ້ຕົກລົງກ່ຽວກັບການກໍ່ການຮ້າຍ ເປັນຕົ້ນ.



ທີ່ມາ: Support PM Thongloun Sisoulith
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.