Header Ads

5 ຄົນຮ້າຍ ກໍ່ເຫດປຸ້ນຊັບ ຈັບໄດ້ 2 ຄົນ ຫນີໄດ້ 3 ຄົນ




ອີງຕາມການລາຍງານຂ່າວຂອງ  ນສພ ຄວາມສະຫງົບ ວ່າ: ໃນວັນທີ 20 ກຸມພາ 2018 ມີຄົນຮ້າຍຈໍານວນ 5 ຄົນ ຂັບຂີ່ລົດຕູ້ສະຕາແລັກໄປກໍ່ເຫດປຸ້ນຊັບ ໃນເຮືອນຂອງຄົນສັນຊາດຈີນ ຢູ່ໜ່ວຍ 32 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂະນະລົງມືປຸ້ນ ມີພົນລະເມືອງດີພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ ປກສ ເຂົ້າຈັບຄົນຮ້າຍໄດ້ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີ.

ພັຕ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນເວລາປະມານ 18:00 ໂມງ ຂອງວັນເກີດເຫດ ມີຄົນຮ້າຍເປັນຊາຍສະກັນ 5 ຄົນ ໄດ້ຂີ່ລົດຕູ້ສະຕາແລັກສີເທົາມາຈອດຢູ່ເຮືອນເຊົ່າຂອງ ທ້າວ ຫວັງຟູຢ້ຽນ ອາຍຸ 28 ປີ ສັນຊາດຈີນ. ເຊິ່ງເປັນເຮືອນ 4 ຊັ້ນ, ຊັ້ນ 1 ຂາຍເຄື່ອງ ສ່ວນຊັ້ນ 2,3 ແລະ 4 ເປັນບ່ອນພັກເຊົາ ໂດຍຄົນຮ້າຍ 4 ຄົນ ໄດ້ໃຊ້ພ້າອີໂຕ້ຄົນລະດວງ ແລະ 1 ຄົນ ມີປືນສັ້ນເປັນອາວຸດ ທັງໝົດໄດ້ສວມໝວກແງັບສີດໍາ, ໃສ່ຖົງມື ແລະ ໃສ່ຜ້າອັດປາກ ເພື່ອອໍາພາງຕົວ. ຈາກນັ້ນ, ກໍຂົ່ມຂູ່ຄົນໃນເຮືອນທັງໝົດ 6 ຄົນ ( ເຈົ້າຂອງເຮືອນ ແລະ ພະນັກງານ ) ບັງຄັບພາໄປຫ້ອງນອນ ແລະ ຫ້ອງເຮັດວຽກໃນແຕ່ລະຊັ້ນນາບຂູ່ໃຫ້ບອກລະຫັດຕູ້ເຊັບແລ້ວໄຂເອົາເງິນພ້ອມເອົາໂນດບຸກ 1 ໜ່ວຍ ແລະ ຢູເອັສບີ 1 ອັນ, ພາຍຫຼັງຄົນຮ້າຍໄດ້ຊັບສິນກໍໄດ້ເອົາສະກ໋ອດຂາວປິດປາກ ເອົາສາຍຢາງມັດມືເຈົ້າຂອງເຮືອນ ແລະ ພະນັກງານທັງໝົດລົງມາຂັງໄວ້ຢູ່ຫ້ອງນໍ້າຊັ້ນລຸ່ມຂອງເຮືອນ. ໃນຂະນະນັ້ນ, ມີພົນລະເມືອງດີກາຍມາພົບເຫັນເຫດການໜ້າສົງໄສ ຈຶ່ງແຈ້ງຕໍ່ອໍານາດການປົກຄອງບ້ານ ແລະ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງກວດກາເບິ່ງສະພາບເຮືອນຫຼັງດັ່ງກ່າວ ເຮັດໃຫ້ຄົນຮ້າຍຢ້ານກົວເອົາຕົວຫຼົບໜີ 3 ຄົນ ແລະ ຖືກຈັບໄດ້ 2 ຄົນ ພ້ອມຂອງກາງຈໍານວນໜຶ່ງ.

ຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນທີ່ຈັບຕົວໄດ້ ຊື່ທ້າວ ຍຸຍເຊຍເຊິງ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານຊຽງຊີ ເມືອງຕຸງຊຽງ ແຂວງຕຸງຊຽງ ແລະ ທ້າວ ເສີນກັງ ອາຍຸ 33 ປີ ຄ້າຂາຍຢູ່ ບ້ານຫຼີຖັງ ເມືອງຫຼິງອານ ແຂວງເຈິຈຽງ ສປ ຈີນ. ເຊິ່ງພວກກ່ຽວທັງສອງໄດ້ເຂົ້າ-ອອກປະເທດລາວ ຫຼາຍຄັ້ງມາພັກຢູ່ໂຮງແຮມແຫ່ງໜຶ່ງຢູ່ນະຄອນຫຼວງວຽງຈັນ ໃນມື້ກໍ່ເຫດຍອມຮັບວ່າໄດ້ມານໍາກັນ ທັງໝົດ 5 ຄົນ ແລະ ໄດ້ມີການປຶກສາຫາລືກັນວາງແຜນປຸ້ນເຮືອນຫຼັງດັ່ງກ່າວ ສ່ວນຄົນທີ່ຫຼົບໜີນັ້ນ ແມ່ນບໍ່ຮູ້ຊື່ກັນຍ້ອນມີຄົນແນະນໍາຕອນເຂົ້າພັກຢູ່ໂຮງແຮມ. ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງ ສືບສວນຢ່າງລະອຽດ ແລະ ເລັ່ງຕິດຕາມຕົວຜູ້ກໍ່ເຫດທີ່ເອົາຕົວຫຼົບໜີມາດຳເນີນຄະດີຕາມກົດໝາຍຕໍ່ໄປ.

 ພາບ ແລະ ຂ່າວ:  ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.