Header Ads

ເຈົ້າຫນ້າທີ່ກັກຕົວພວກຄ້າຂາຍຢາເສບຕິດຍຶດຂອງກາງຢາບ້າໄດ້ຈຳນວນ 72.000 ເມັດ (36 ມັດ)





ເຈົ້າໜ້າທີ່ຕຳຫຼວດກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວກວດກາສະພາບການຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນຫຼວງ (ເສັ້ນທາງເວັ້ນຕົວເມືອງແຕ່ບ້ານຫ້ວຍຂຸມ-ບ້ານດອນໄຊ); ຮອດເວລາ 13 ໂມງ 30 ນາທີ ຂອງວັນວັນທີ 8 ມີນາ 2018, ມີຜູ້ຊາຍຈຳນວນ 2 ຄົນໄດ້ຂັບຂີ່ລົດກະບະຮຸນໄດ,ສີປອນທອງ,ໝາຍເລກທະບຽນຫຼວງພະບາງ ກກ 5273 ໄດ້ຂັບຂີ່ມາແຕ່ບ້ານຫ້ວຍຂຸມມຸ້ງໜ້າໄປບ້ານດອນໄຊ,ໃນຂະນະທີ່ເຈົ້າໜ້າທີ່ໄດ້ຂໍຄວາມຮ່ວມມືໃຫ້ຈອດລົດ ເພື່ອອະນຸຍາດກວດກາສະພາບການຕາມປົກກະຕິ,ພວກກ່ຽວໄດ້ມີພິລຸດ ແລະ ແລ່ນລົດອອກຈາກຈຸດຂໍກວດກາຂອງເຈົ້າໜ້າທີ່ຢ່າງໄວວາ ດັ່ງນັ້ນທາງເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ນຳທັນແລ້ວໄດ້ຂໍກວດກາລົດ ແລະ ຕົນຕົວຂອງຜູ້ກ່ຽວຕາມຫຼັກການວິຊາສະເພາະ .



ຜ່ານກວດກາໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 36 ມັດ,ນໍ້າໜັກ 9 ກິໂລກຣາມ,ທີ່ຊຸກເຊື່ອງໄວ້ຢູ່ຫ້ອງແຄັບ ແລະ ລໍ້ສະກົວຂອງລົດ. ຈິງໄດ້ລົງມືກັກຕົວພວກກ່ຽວໃນຂໍ້ຫາ: ຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດ, ມາສືບສວນ-ສອບສວນ ທັງສອງຄົນຄື: ຜູ້ຂັບຂີ່ລົດຊື່ ທ້າວ ຟາຍດາຊົງ,ອາຍຸ 44 ປີ,ອາຊີບເຮັດນາ,ຢູ່ບ້ານນໍ້າປຸຍ ເມືອງພຽງ , ແຂວງໄຊຍະບູລີ , ທ້າວ ຕົງລູຊົງ,ອາຍຸ 45 ປີ,ເຮັດນາ,ຢູ່ບ້ານດອນໄຊ,ເມືອງໄຊ ແຂວງອຸດົມໄຊ ແລະ ເວລາຕໍ່ມາຈຶງໄດ້ແຈ້ງໃຫ້ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ມາຮັບເອົາພວກກຽ່ວທັງສອງໄປດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາທີ່ໄປທີ່ມາ ແລະ ກຸ່ມແກ໋ງຄູ່ຮ່ວມຂະບວນການ ເພື່ອນຳກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງຕໍ່ໄປ,ພ້ອມເຄື່ອງຂອງກາງຢາເສບຕິດປະເພດຢາບ້າໄດ້ຈຳນວນ 36 ມັດເທົ່າກັບ 72.000 ເມັດ,ນໍ້າໜັກ 9 ກິໂລກຣາມ,ເຄື່ອງຕິດຕົວມີລົດກະບະຮຸນໄດ,ສີປອນທອງ ຈຳນວນ 1 ຄັນ,ໂທລະສັບມືຖືຈຳນວນ 1 ເຄື່ອງ.


ຕ້ອງຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບທຸກສະຫາຍ,ເວົ້າລວມ;ໂດຍສະເພາະກໍ່ແມ່ນເຈົ້າໜ້າທີ່ຕຳຫຼວດກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໃນຄວາມເອົາໃຈໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ,ສະເໝີຕົ້ນສະເໝີປາຍ,ເຮັດສຳເລັດ ແລະ ມີຄວາມຮັບປະກັນຕະຫຼອດມາ. ຕໍ່ພວກກະທຳຜິດລາຍນີ້ແມ່ນລໍ່ຖ້າການສືບສວນ-ສອບສວນປະກອບສຳນວນຄະດີຂອງເຈົ້າໜ້າທີ່ສົ່ງໄອຍະການສັ່ງຟ້ອງສານໄຕ່ຕອງ,ພິຈາລະນາ ແລະ ຕັດສິນໃນສະຖານການກະທຳຜິດຕາມມາດຕາຂອງກົດ ໝາຍອາຍາແຫ່ງ ສປປ ລາວ ວ່າດ້ວຍຢາເສບຕິດຕໍ່ໄປ.

ພາບ ແລະ ຂ່າວ:   ປກສ ແຂວງອຸດົມໄຊ
© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.