Header Ads

ກອງປະຊຸມເຜີຍເເຜ່ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການບັນເທີງ





ໃນຕອນເຊົ້າຂອງວັນທີ 26 ມີນາ 2018 ນີ້ຢູ່ທີ່ພະເເນກຖະເເຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍເເຜ່ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການບັນເທີງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ຜູ້ຊີ້ນຳວຽກງານທ່ອງທ່ຽວ,ທ່ານ ນາງ ບຸນພັກ ອິນທະປັນຍາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໄຊຍະບູລີ,ມີຫົວໜ້າ,ກົມຄຸ້ມຄອງການທ່ອງທ່ຽວ ຈາກກະຊວງຖະເເຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,ຫົວໜ້າ,ຮອງຫົວໜ້າພະເເນກ ຖວທ ແຂວງ,ຫົວໜ້າ,ຮອງຫົວໜ້າຫ້ອງການ ຖວທ ບັນດາເມືອງ,ຜູ້ຕາງໜ້າຈາກຂະເເໜງການອ້ອມຂ້າງແຂວງ ທັງພາກລັດ ແລະພາກທຸລະກິດ ຕະຫຼອດຮອດນາຍບ້ານເທດສະບານເມືອງເຂົ້າຮ່ວມ.


ໃນພິທີທ່ານ ບຸນມາ ເພັດສາວົງ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະເເຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ໃຫ້ກຽດເຜີຍແຜ່ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການບັນເທີງ: ດຳລັດສະບັບນີ້ມີທັງໝົດ 10 ໝວດ 53 ມາດຕາ ຈຸດປະສົງຂອງດຳລັດກໍ່ເພື່ອກຳນົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ ແລະການຕິດຕາມກວດກາ ທຸລະກິດບໍລິການບັນເທີງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ສະຫງົບ,ປອດໄພ,ໄດ້ມາດຕະຖານ ແລະເປັນເອກະພາບໃນທົ່ວປະເທດ ເພື່ອອະນຸລັກ,ປົກປັກຮັກສາ,ໂຄສະນາ,ສົ່ງເສີ່ມສິລະປະ,ວັດທະນະທຳ,ຮີດຄອງປະເພນີອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ ແລະຂະຫຍາຍຕົວສູ່ສາກົນ.ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ ເພື່ອເຮັດໃຫ້ເນື້ອໃນຈິດໃຈຂອງດຳລັດ ມີຄວາມສົມບູນ.




ພາບ ແລະ ຂ່າວ: ຂ່າວໄຊຍະບູລີ (ມີເດຍລາວ)

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.