Header Ads

ປກສ ແຂວງສະຫວັນນະເຂດ ເຂັ້ມງວດອາວຸດລ່າເນື້ອ ແລະ ເຄື່ອງມືຜິດກົດໝາຍ





ປັດຈຸບັນນີ້, ບັນຫາການຄອບຄອງອາວຸດລ່າເນື້ອຂອງພໍ່-ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດຍັງ ແຜ່ຫຼາຍ (ໂດຍສະເພາະຢູ່ເຂດຫ່າງໄກ) ອັນເປັນສາເຫດໜຶ່ງທີ່ເຮັດໃຫ້ສັດປ່າ, ສັດຄຸ້ມຄອງ ແລະ ສັດຫວງຫ້າມ ຈໍານວນຫຼວງຫຼາຍໃກ້ຈະສູນພັນ ຫຼື ສູນພັນ ສົ່ງຜົນກະທົບເຖິງລະບົບນິເວດ ແລະ ຄວາມອຸດົມສົມບູນຂອງປ່າ ຫຼຸດໜ້ອຍຖອຍລົງ, ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ຊັບພະຍາກອນປ່າໄມ້. ເຈົ້າໜ້າທີ່ຈຶ່ງໄດ້ຮິບໂຮມອາວຸດ ລ່າເນື້ອ ແລະ ສິ່ງທີ່ຜິດຕໍ່ລະບຽບກົດໝາຍມາ ທໍາລາຍຖິ້ມ.



ໃນການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງພະລານໄຊ, ເມືອງພີນ, ເຊໂປນ, ເມືອງ ອາດສະພັງທອງ, ວິລະບູລີ ແລະ ປກສ ເມືອງນອງ ແຂວງສະຫວັນນະເຂດ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໂດຍສົມ ທົບກັບອໍານາດການປົກຄອງ ແຕ່ລະບ້ານເຜີຍແຜ່ມະຕິຄໍາສັ່ງຂອງຂັ້ນເທິງໃຫ້ພໍ່-ແມ່ປະຊາຊົນເຂົ້າໃຈ, ໃຫ້ຮູ້ ໄດ້ຜົນກະທົບທີ່ຈະຕາມມາ. ສະນັ້ນ, ພໍ່ແມ່ປະຊາຊົນຈຶ່ງມີຄວາມຕື່ນຕົວ ແລະ ສະໝັກໃຈນໍາເອົາປືນແກັບຈໍານວນ 691 ກະບອກ, ຈັກສະຕິນ 5 ເຄື່ອງ, ໝໍ້ຊ໋ອດປາ 10 ເຄື່ອງ, ດອກແກັບ 29 ກັບ ແລະ ຂີ້ເຈຍ 3 ຖົງ, ທີ່ເກັບທອດ ໂຮມຈາກປະຊາຊົນໃນ 6 ຕົວ ເມືອງ, ໃຫ້ກຽດກ່າວມອບໃນຄັ້ງນີ້ແມ່ນຄະນະກອງບັນຊາການທັງ 6 ຕົວເມືອງ ແລະ ກ່າວຮັບໂດຍ ພັຕ ບຸນລວນ ເດດວົງສາ ຫົວໜ້າພະແນກຄຸ້ມຄອງອາຊີບພາຫະນະພິເສດຫ້ອງສຳມະໂນຄົວ ປກສ ແຂວງ ພ້ອມພະນັກງານວິຊາສະເພາະອ້ອມຂ້າງ ປກສ ເມືອງ, ຄະນະພະແນກ, ກອງ, ເລຂາພັກບ້ານ, ປກສ ກຸ່ມ, ປກສ ບ້ານ ແລະ ພະນັກງານທີກ່ຽວຂອງເຂົ້າຮ່ວມ.

ພິທິດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ມີນາ 2018 ນີ້, ປກສ ເມືອງພະລານໄຊ, ໂດຍການເປັນປະທານຂອງ ພັທ  ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ ປກສ ເມືອງພະລານໄຊ, ໃນໂອກາດນີ້ ທ່ານ ກົງແກ້ວ ມີວໍລະຈັກ ເຈົ້າເມືອງໆພະລານໄຊ ໃຫ້ກຽດເຂົ້າຮ່ວມ ພ້ອມທັງເນັ້ນ ໜັກໃຫ້ ປກສ ກຸ່ມບ້ານ, ປກສ ບ້ານເອົາໃຈໃສ່ຕິດຕາມ ກວດກາການສຸ່ມໃສ່ອາວຸດລ່າເນື້ອທີ່ບໍ່ຖືກຕ້ອງຢ່າງເຂັ້ມງວດຕະຫຼອດຮອດພໍ່-ແມ່ປະຊາຊົນຢູ່ພາຍໃນບ້ານໃນ 6 ຕົວເມືອງ, ຊ່ວຍເປັນຮູ້ເປັນຕາໃນການເຄື່ອນໄຫວຂອງຄົນບໍ່ດີທີ່ລັກລອບສວຍໃຊ້ອາວຸດລ່າເນື້ອ ທີ່ບໍ່ຖືກຕ້ອງຢ່າງ ເຂັ້ມງວດ ເພື່ອ ຮັບປະກັນຄວາມປອດໄພ ແລະ ຄວາມບໍ່ສະຫງົບຢູ່ໃນສັງຄົມໃຫ້ດີຂຶ້ນເທື່ອລະກ້າວ.

ນອກນີ້, ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 13 ມີນາ 2018 ຜ່ານມາ, ກອງກໍ່ສ້າງຮາກຖານ 921 ໄດ້ສົມທົບກັບ ທີມງານເກັບກູ້ອາວຸດຂັ້ນແຂວງ ນໍາເອົາປືນ 13 ກະບອກ, ອາວຸດລ່າເນື້ອ 144 ກະບອກ, ຈັກສະຕິນ 15 ໜ່ວຍ, ໝໍ້ ຊ໋ອດ 11 ໜ່ວຍ ແລະ ເລົາປືນ 16 ເລົາ ມອບໃຫ້ເຈົ້າໜ້າທີ່ ເພື່ອທໍາລາຍຖິ້ມ. ໃນໂອກາດນີ້ທ່ານ ສົມໃຈ ຊົງ ລໍວ່າງ ປະທານແນວລາວສ້າງຊາດເມືອງວຽງທອງ ໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານ ແລະ ກົມກອງວິຊາສະ ເພາະທີ່ປະຈຳຢູ່ເຂດທອງມີໄຊໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ ປະຊາຊົນເຂົ້າໃຈຕໍ່ແນວ ທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ຕິດຕາມກວດກາບັນດາເປົ້າໝາຍທີ່ຍັງຄົງຄ້າງ ເພື່ອ ແກ້ໄຂໃຫ້ທັນກັບເວລາ.


ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.