Header Ads

ແຂວງ ຊຽງຂວາງ ສັ່ງຢຸດການຫລີ້ນການພະນັນທຸກປະເພດຢູ່ວິສາຫະກິດສວນພູຄຳ





ຫ້ອງວ່າການປົກຄອງແຂວງ ຊຽງຂວາງ ໄດ້ອອກແຈ້ງການເລກທີ 31/ຫວຂ.ຊຂ, ລົງວັນທີ 19 ມີນາ 2018 ໃຫ້ວິສາຫະກິດສວນພູຄຳຢຸດເຊົາການບໍລິການຕູ້ເກມໄຟຟ້າ, ການພະນັນທຸກປະເພດໃນຂອບເຂດຢູ່ໃນ ແລະ ຢູ່ອ້ອມຂ້າງສວນພູຄຳ, ລວມທັງສັ່ງຢຸດເຊົາການບໍລິການຂອງຮ້ານບັນເທີງນານາພັບໃນສວນພູຄຳຢ່າງຖາວອນ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມີນາ 2018. ນອກນີ້ ຍັງໄດ້ອອກແຈ້ງການໃຫ້ວິສາຫະກິດສວນພູຄຳຢຸດເຊົາບັນດາກິດຈະກຳຕະຫລາດກາງຄືນຢູ່ສວນສາທາລະນະອ່າງນ້ຳຫງໍາ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມີນາ 2018 ເຊັ່ນດຽວກັນ ເພື່ອຊອກຫາຈຸດທີ່ຕັ້ງຕະຫລາດກາງຄືນໃໝ່ທີ່ເໝາະສົມກ່ວາເກົ່າ.

ທ່ານ ບຸນຕົ້ນ ຈັນທະພອນ, ຮັກສາການເຈົ້າແຂວງຯ ຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປະຈຳປີ 2018 ຈັດຂຶ້ນຢູ່ຖໍ້າຊ້າງລອດ, ເມືອງ ວຽງໄຊ, ແຂວງ ຫົວພັນ ໃນວັນທີ 22-23 ມີນາ 2018 ວ່າ: ໄລຍະຜ່ານມາມີປະຊາຊົນສະເໜີມາຍັງພາກສ່ວນກ່ຽວຂ້ອງຂອງແຂວງ ປະມານ 4 ປີແລ້ວກ່ຽວກັບບັນຫາຫລີ້ນການພະນັນປະເພດຕ່າງຯ ຢູ່ສວນພູຄຳ. ຜ່ານມາ ອົງການປົກຄອງແຂວງໄດ້ໃຫ້ຄຳແນະນຳກ່ຽວກັບການແກ້ໄຂເລື່ອງນີ້ມາແລ້ວ ແຕ່ຍ້ອນມີຄົນເຂົ້າມາສວນແຫ່ງນີ້ເປັນຈຳນວນຫລາຍໃນແຕ່ລະວັນເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ ໂດຍສະເພາະບັນຫາຫລີ້ນການພະນັນປະເພດຕ່າງຯ. ດັ່ງນັ້ນ ຄະນະປະຈຳພັກແຂວງໄດ້ປະຊຸມຮ່ວມກັນ ແລະ ຕົກລົງເຫັນດີໃຫ້ແກ້ໄຂບັນຫາຫລີ້ນການພະນັນ, ລວມທັງການບໍລິການຂອງຮ້ານບັນເທີງຢູ່ສວນພູຄຳໃຫ້ໄດ້ ເພື່ອບໍ່ໃຫ້ສ້າງຄວາມສັບສົນໃນສັງຄົມ ໂດຍສະເພາະເພື່ອຕ້ອນຮັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ ຊຽງຂວາງຈະເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການໃນທ້າຍປີນີ້ ຈິ່ງຈຳເປັນທີ່ສຸດຕ້ອງແກ້ໄຂເລື່ອງບັນຫາຫລີ້ນການພະນັນຢູ່ສວນພູຄຳ ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍຄື ການຮັກສາພາບລັກຂອງແຂວງ ຊຽງຂວາງວິລະຊົນໄວ້ໃຫ້ດີ. ແນວໃດກໍຕາມ ເຖີງວ່າອົງການປົກຄອງແຂວງສັ່ງໃຫ້ຢຸດເຊົາການຫລີ້ນການພະນັນທຸກປະເພດ, ລວມທັງໃຫ້ປິດການບໍລິການຮ້ານບັນເທີງນານາພັບຢ່າງຖາວອນ ແຕ່ເລື່ອງການຊື້-ການຂາຍຕ່າງຯ ຢູ່ສວນແຫ່ງນີ້ສາມາດດຳເນີນຕໍ່ໄປໄດ້ ເພາະອົງການປົກຄອງແຂວງສະໜັບສະໜູນເຕັມທີ່ໃຫ້ສວນແຫ່ງນີ້ເປັນສູນກາງການຄ້າຂາຍ ເພື່ອເຮັດໃຫ້ປະຊາຊົນຊາວຊຽງຂວາງ ມີບ່ອນຄ້າຂາຍ ເພື່ອສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ, ແຕ່ເດັດຂາດບໍ່ສະໜັບສະໜູນເລື່ອງການຫລີ້ນການພະນັນທຸກປະເພດຢູ່ສວນແຫ່ງນີ້.

ສ່ວນກິດຈະການຕະຫລາດກາງຄືນຂອງວິສາຫະກິດສວນພູຄຳຢູ່ສວນສາທາລະນະອ່າງນ້ຳຫງໍາ ຮັກສາການເຈົ້າແຂວງຯ ຊຽງຂວາງ ໃຫ້ຮູ້ວ່າ: ຫລັງຈາກອົງການປົກຄອງແຂວງໄດ້ທົດລອງໃຫ້ວິສາຫະກິດສວນພູຄຳເປີດຕະຫລາດກາງຄືນຢູ່ສະຖານທີ່ແຫ່ງນີ້ມາໄດ້ຫລາຍເດືອນ, ຜ່ານການປະເມີນຕົວຈິງເຫັນວ່າ ບໍ່ເໝາະສົມ ເພາະສວນສາທາລະນະອ່າງນ້ຳຫງໍາເປັນບ່ອນໃຫ້ຄົນໄດ້ອອກກຳລັງກາຍ ແລະ ພັກຜ່ອນ, ທັງເປັນບ່ອນໂຮມຂອງການຈາລະຈອນພາຍໃນເທດສະບານແຂວງ, ເວລາຈັດກິດຈະກຳຕ່າງຯ ຢູ່ສະຖານທີ່ເແຫ່ງນີ້ເຮັດໃຫ້ການຈາລະຈອນສັບສົນ ແລະ ຫຍຸ້ງຍາກ, ນອກນີ້ ຍັງຢູ່ໃກ້ກັບກອງທັບອາກາດ 702 ເຮັດໃຫ້ມີຄວາມສ່ຽງດ້ານຄວາມປອດໄພ. ດັ່ງນັ້ນ ຈິ່ງໄດ້ສັ່ງໃຫ້ຢຸດເຊົາທຸກກິດຈະກຳຕະຫລາດກາງຄືນຢູ່ສວນສາທາລະນະອ່າງນ້ຳຫງໍາ ຊ້າສຸດບໍ່ເກີນວັນທີ 30 ມີນາ 2018. ແຕ່ໄດ້ມອບໃຫ້ຫ້ອງວ່າການປົກຄອງເມືອງ ແປກ ປະສານງານກັບພະແນກການ, ຂະແໜງການ ແລະ ຫ້ອງການກ່ຽວຂ້ອງ ຄົ້ນຄ້ວາຊອກຫາສະຖານທີ່ບ່ອນຕັ້ງຕະຫລາດກາງຄືນບ່ອນໃໝ່ທີ່ເໝາະສົມກ່ວາເກົ່າ, ຖ້າຫາກກຳນົດຈຸດທີ່ຕັ້ງຕະຫລາດໄດ້ແລ້ວໃຫ້ເຮັດບົດລາຍງານເຖີງການນຳແຂວງເພື່ອໃຫ້ທິດຊີ້ນຳຕໍ່ໄປ.

ໂດຍ: ມົດແດງນ້ອຍ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.