ລົດຂົນເບຍເສຍຫຼັກປີ້ນ ຢູ່ເສັ້ນທາງເມືອງປາກລາຍ ແຂວງໄຊຍະບູລີ
ລາຍງານຈາກປະຊາຊົນວ່າ : ວັນທີ 27 ມີນາ 2018 ໄດ້ເກີດອຸບັດຕິເຫດລົດແກ່ເບຍ ເສຍຫລັກປີ້ນ ຢູ່ລະຫວ່າງເສັ້ນທາງນາສັກ - ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງລົດຄັນທີ່ເກີດເຫດແມ່ນໝາຍເລກທະບຽນ ບກ 0661. ໂຊກດີອຸບັດຕິເຫດດັ່ງກ່າວບໍ່ມີລາຍງານຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ . ສ່ວນສາເຫດແມ່ນຍັງບໍ່ທັນຮູ້ລາຍລະອຽກແຕ່ຈາກການບອກເລົ່າຂອງຊາວບ້ານວ່າ ລົດຄັນດັ່ງກ່າວບັນທຸກໜັກເກີນກໍານົດ ແລະ ດ້ວຍຄວາມໄວເຮັດໃຫ້ເກີດອຸບັດຕິເຫດເສຍຫຼັກປີ້ນລົງກອງຢູ່ຂອບທາງ.
ໄລຍະນີ້ອຸບັດຕິເຫດເກີດຂື້ນຖີ່ເປັນພິເສດ ສະນັ້ນ, ຝາກທຸກໆທ່ານໃນມີສະຕິໃນການຂັບຂີ່,ກວດສອບສະພາບລົດ, ດີນຟ້າອາກາດ ແລະ ເສັ້ນທາງຄັກແນ່ກ່ອນອອກເດິນທາງເພື່ອຄວາມປອດໄພແກ່ຊີວິດ ແລະ ຊັບສີນ.
© ຈໍາປາໂພສ | www.champapost.com
_________
Post a Comment