Header Ads

ຕາດນົກເຄົ້າອີກໜຶ່ງຈຸດທ່ອງທ່ຽວຂອງແຂວງເຊກອງ




ປະຈຸບັນນີ້ປະເທດຊາດບ້ານເມືອງນັບມື້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆເວົ້າລວມ, ເວົ້າສະເພາະແຂວງເຊກອງມີຫຼາຍສີ່ງສາມາດອໍານວຍຄວາມສະດວກເປັນຕົ້ນຖະໜົນຫົນທາງຫຼື ສີ່ງອຳນວຍຄວາມສະດວກດ້ານອື່ນໆເຮັດໃຫ້ຜູ້ຄົນທີ່ເດີນທາງໄປມາໄດ້ສໍາຜັດກັບທໍາະຊາດ, ນໍ້າຕົກຕາດທີ່ສາມາດສ້າງຄວາມປະທັບໃຈແກ້ບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈໍານວນບໍ່ໜ້ອຍ, ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທີ່ສ້າງຂຶ້ນມາເອງ ຫຼືທຳມະຊາດສ້າງມາ ແຕ່ຢ່າງໃດກໍຕາມຍິ່ງມີການພັດທະນາຫຼາຍຂຶ້ນເທົ່າໃດກໍຍິ່ງເຮັດໃຫ້ບ້ານເຮົາຫ່າງໄກອອກຈາກກິ່ນອາຍທໍາມະຊາດອັນບໍລິສຸດ ໂດຍສະເພາະເຮົາຈະສໍາຜັດໄດ້ໃນບັນດາຕົວເມືອງໃຫຍ່ໆ ແຕ່ກໍຍັງດີທີ່ບາງທ້ອງຖິ່ນໃນປະເທດເຮົາຍັງມີການອະນຸລັກຮັກສາທໍາມະຊາດທີ່ກໍາເນີດເກີດຂຶ້ນມາເອງໄວ້ໃຫ້ໄດ້ທ່ຽວຊົມ ແລະຜ່ອນຄາຍສະບາຍໃຈດັ່ງຕາດນົກເຄົ້າທີ່ຖືເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີກແຫ່ງໜຶ່ງທີ່ມີອາກາດສົດຊື່ນເໝາະແກ່ການພັກຜ່ອນຢ່ອນໃຈໃນຍາມວັນພັກທາງລັດຖະການ ໂດຍການໄປນັ່ງກິນລົມຊົມວິວສູບເອົາອາກາດສົດໆ, ກິ່ນຫອມຂອງດອກຄັດເຄົ້າ, ຟັງສຽງນົກໜູປູປີກຢ່າງສະອອນໃຈ, ຊຸມແຊວກິນເຂົ້າປ່າສາມັກຄີກັບຄອບຄົວ, ໝູ່ຄູ່ ຫຼືຄົນຮັກ.



ຕາດນົກເຄົ້ານັບວ່າເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ, ຊຶ່ງຕາດແຫ່ງນີ້ກໍາເນີດເກີດຂຶ້ນຢູ່ຕາມລໍາຫ້ວຍວີ ມີນໍ້າໄຫຼຜ່ານຕະຫຼອດປີ ມີອາກາດເຢັນສົດຊື່ນ ແຕ່ຈະສັງເກດເຫັນວ່າຊ່ວງທີ່ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມຫຼາຍທີ່ສຸດແມ່ນຊ່ວງລະດູແລ້ງ ເພາະຊ່ວງດັ່ງກ່າວນໍ້າຈະໄສສາມາດແນມເຫັນສັດນໍ້ານາໆຊະນິດໄດ້ດີ ແລະກະແສນໍ້າກໍຈະບໍ່ໄຫຼແຮງເໝາະແກ່ການລົງໄປຫຼິ້ນນໍ້າເພື່ອຜ່ອນຄາຍຄວາມອິດເມື່ອຍ ຍິ່ງສໍາຄັນໄປກວ່ານັ້ນໃນບໍລິເວນອ້ອມຮອບຕາດແມ່ນຈະປົກຄຸມໄປດ້ວຍປ່າໄມ່ທີ່ຂຽວສົດງົດງາມ ມີຄວາມອຸດົມໄປດ້ວຍພືດພັນທັນຍາຫານພ້ອມທັງເປັນແຫຼ່ງທໍາມາຫາກິນເພື່ອລ້ຽງຊີບໃນຊີວິດປະຈໍາວັນຂອງປະຊົນຢູ່ແຖບນັ້ນນໍາອີກ.




ຕາດດັ່ງກ່າວໃນເມື່ອກ່ອນແມ່ນຊາວບ້ານໄດ້ພາກັນມາຫາກິນແລ້ວກໍໄດ້ພົບເຫັນໝູ່ນົກເຄົ້າມາເຮັດຮັງໃສ່ຢູ່ຕົ້ນໄມ້ໃຫຍ່ເທິງຕາດຕົ້ນໜຶ່ງຢ່າງເປັນປົກກະຕິ ດັ່ງນັ້ນຊາວບ້ານຈິ່ງໄດ້ເອີ້ນຊື່ຕາດນີ້ວ່າ: ຕາດນົກເຄົ້າຈົນມາຮອດປັດຈຸບັນນີ້.


ດັ່ງນັ້ນຖ້າຫາກໃຜຍັງບໍ່ທັນໄດ້ໄປສໍາຜັດກັບທໍາມະຊາດ-ອາກາດປອດໂປ່ງຂອງຕາດນົກເຄົ້າ ໂດຍມີທີ່ຕັ້ງຢູ່ບ້ານໜອງບົງ ເມືອງລະມາມ ແຂວງເຊກອງ ຫ່າງຈາກເທດສະບານເມືອງ ແລະແຂວງ 14 Km ແລະຫ່າງຈາກເສັ້ນທາງເລກທີ 16 B ປະມານ 1,5-2 Km ເຊິ່ງໄດ້ເລີ່ມເປີດບໍລິການນໍາໃຊ້ແຕ່ປີ 2008 ເປັນຕົ້ນມາ ສະນັ້ນຖ້າຫາກວ່າທ່ານໃດໄດ້ມາທ່ຽວແຂວງເຊກອງ ກໍຢ່າລືມແວ່ທ່ຽວຊົມສະຖານທີ່ແຫ່ງນີ້ໄດ້.


ພາບ ແລະ ຂ່າວ : ນາລີວັນ 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.