Header Ads

ປາຂ່າ (ປາໂລມານໍ້າຈືດ) ຍັງຂຶ້ນມາຕ້ອນຮັບຕໍ່ແຂກທີ່ມາທ່ຽວຊົມ



ປາຂ່າ ຫລືປາໂລມານໍ້າຈືດ ເປັນປາທີ່ລ້ຽງລູກດ້ວຍນົມ ອາໄສຢູ່ໃນແມ່ນໍ້າຂອງເຂດຊາຍແດນລາວກຳປູເຈຍ ປັດຈຸບັນນີ້ປາຂ່າຍັງເຫລືອຢູ່ 3 ໂຕ (ຕາມການບອກເລົ່າຂອງປະຊາຊົນເຂດບ້ານນັ້ນ) ໃຜທີ່ໄດ້ໄປທ່ຽວສີພັນດອນຢ່າລືມໄປແວະເບິ່ງປາຂ່າ.


ຮູບນີ້ຖ່າຍວັນທີ 26 ກຸມພາ 2018 ເວລາ 10:02 ຕອນເຊົ້າ ພາບຖ່າຍໂດຍ: ອານຸພົນ ພົມຮັກສາ ນັກຖ່າຍຮູບອິດສະຫຼະທີ່ໄດ້ເດີນທາງໄປທົ່ວທຸກທິດຂອງປະເທດລາວ. ອານຸພົນ ແລະທີມງານຊ່າງພາບທີ່ໄປນຳກັນໄດ້ກ່າວຕື່ມອີກວ່າ: ໃນມື້ທີ່ໄປເບິ່ງປາຂ່ານັ້ນ ແມ່ນໂຊກດີຫລາຍ ທີ່ໄດ້ພົບເຫັນປາຂ່າ ທີ່ລອຍຂຶ້ນມາເທິງໜ້ານໍ້າໃຫ້ໄດ້ເຫັນ, ເຊິ່ງແຕ່ລະຄົນແມ່ນຕື່ນເຕັ້ນ ແລະດີໃຈຫລາຍ ເລີຍໄດ້ບັນທຶກພາບຂອງປາຂ່າທີ່ງົດງາມແບບນີ້ມາໃຫ້ທຸກຄົນໄດ້ເບິ່ງນຳກັນ.




ປະຊາຊົນບ້ານດັ່ງກ່າວບອກວ່າ ປາຂ່າ ແມ່ນມີຈຳນວນໜ້ອຍລົງຫລາຍ ແລະປີທີ່ຜ່ານມາ ກໍ່ມີການຈັບປາຂ່າທີ່ຕາຍໄດ້ 1 ໂຕ. ຍິ່ງເຮັດໃຫ້ມີຈຳນວນໜ້ອຍລົງ ແລະການແຜ່ພັນຂອງປາຊະນິດນີ້ ໃຊ້ເວລາດົນຈິ່ງສາມາດອອກລູກໄດ້, ຈິ່ງເຮັດໃຫ້ການອອກແມ່ແຜ່ລູກຂອງປະຊາກອນ ປາຂ່ານີ້ຊັກຊ້າ. ເຊິ່ງຕາມດານທີ່ຕິດຕາມປະຊາຊົນບອກວ່າ ຕອນນີ້ປາຂ່າອາດມີພຽງບໍ່ກາຍ 5 ໂຕທີ່ຍັງເຫລືອໃນເຂດນີ້.


ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນຊ່ວຍກັນປໄກປັກຮັກສາ ປາຂ່າທີ່ຍັງເຫລືອຢູ່ ເພາະປາຂ່າຖືວ່າເປັນລາຊີນີສັດນໍ້າ ຂອງເມືອງໂຂງ ໂດຍສະເພາະເຂດທີ່ຕໍ່ຊາຍແດນ ລາວ-ກຳປູເຈຍ. ຖ້າເຮົາບໍ່ຊ່ວຍກັນປົກປັນຮັກສາ ພວກມັນອາດຈະສູນພັນໄປ ຈາກດິນແດນແຫ່ງນີ້ເລີຍກໍວ່າໄດ້, ແລະຂໍຄວາມຮ່ວມມືນຳບັນດາແຂກທີ່ໄປທ່ຽວຊົມບໍ່ວ່າຈະເປັນຄົນລາວຄົນຕ່າງຊາດ ກໍຂໍໃຫ້ປະຕິບັດຕາມລະບຽບທີ່ເພິ່ນວາງອອກ ເພື່ອໃຫ້ການທ່ຽວຊົມປາຂ່າມີຄວາມເປັນລະບຽບ ແລະປອດໄພຕໍ່ທັງຄົນ ແລະ ປາຂ່າ. 

ພາບ: ອານຸພົນ ພົມຮັກສາ (Anouphon Phomhacksa) 
ບົດຄວາມ : www.tholakhong.com
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.