Header Ads

ຮອງນາຍົກເນັ້ນການນຳແຂວງຫົວພັນ ຕ້ານແລະສະກັດກັ້ນການສໍ້ລາດບັງຫລວງ



ໃນວັນ 21 ມີນາ 2018 ນີ້, ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະ ມົນຕີ, ປະທານຄະນະກວດກາ ສູນກາງພັກ, ປະທານອົງການ ກວດກາລັດຖະບານ, ພ້ອມຄະ ນະ ລົງເຄື່ອນໄຫວເຮັດວຽກຢູ່ ແຂວງຫົວພັນ, ໃຫ້ການຕ້ອນ ຮັບໂດຍ ສະຫາຍ ວັນໄຊ ແພງ ຊຸມມາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຫົວພັນ.
ສະຫາຍ ວັນໄຊ ແພງຊຸມມາ ໄດ້ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ເຊິ່ງໃນໄລຍະທີ່ຜ່ານມານີ້, ແຂວງຫົວພັນມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບ, ເສດຖະກິດຂະ ຫຍາຍຕົວດ້ວຍຈັງຫວະທີ່ໝັ້ນ ທ່ຽງໃນລະດັບ 8,39%, ລວມ ຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 2.380,10 ຕື້ ກີບ, ສະເລ່ຍຕໍ່ຄົນ 8,2 ລ້ານກີບ ຫຼື ເທົ່າກັບ 1.031 ໂດລາຕໍ່ຄົນ ຕໍ່ປີ. ໃນນີ້ ຂະແໜງກະສິກໍາ-ປ່າ ໄມ້ກວມ 47,14%, ຂະແໜງ ອຸດສາຫະກຳກວມ 5,37% ແລະ ຂະແໜງບໍລິການກວມ 47,49% ຂອງ GDP; ສໍາລັບ ວຽກງານຕິດຕາມ-ກວດກາ ສະຫາຍປະທານກວດກາພັກ- ລັດແຂວງຫົວພັນ ໄດ້ຍົກໃຫ້ ເຫັນກ່ຽວກັບການຈັດຕັ້ງປະຕິບັດບາງດ້ານພົ້ນເດັ່ນໃນໄລຍະ ຜ່ານມາ, ໂດຍເຂົ້າຮ່ວມກັບຄະ ນະທີມງານອົງການກວດກາລັດ ຖະບານ ກວດກາຄືນຕາມຜົນ ຂອງການກວດສອບຈໍານວນ 43 ໂຄງການ ແລະ 6 ໂຄງການ ນອກແຜນໃຫ້ຫັນເຂົ້າສູ່ລະບຽບ ຫຼັກການ; ເອົາໃຈໃສ່ຕິດຕາມ-ກວດກາການຈັດຕັ້ງປະຕິບັດຄໍາ ສັ່ງເລກທີ 15/ນຍ ທັງຈັດຕັ້ງ ການເຊື່ອມຊຶມ ແລະ ຂອດຈັດ ຕັ້ງປະຕິບັດ ໂດຍແຂວງໄດ້ມີຂໍ້ ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະຮັບຜິດຊອບຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດຄໍາສັ່ງເລກ ທີ 15 ຫັນລົງສູ່ຮາກຖານທ້ອງ ຖິ່ນເພື່ອເຮັດໜ້າທີ່ກວດກາບັນ ດາໄມ້ທີ່ຕົກຄ້າງຢູ່ສະໜາມ I ແລະ ສະໜາມ II ເຊິ່ງປັດຈຸບັນ ຢູ່ແຂວງມີໄມ້ຕົກຄ້າງທັງໝົດ 2.534,5 ແມັດກ້ອນ (ຢູ່ເມືອງ ຊໍາເໜືອ, ເມືອງແອດ, ເມືອງ ວຽງໄຊ ແລະ ເມືອງກວັນ) ນອກນັ້ນຍັງໄດ້ລົງກວດກາ ແລະ ຍຸບເລີກບັນດາຫົວໜ່ວຍ ທຸລະກິດເຟີນີເຈີທີ່ບໍ່ໄດ້ຮັບອະນຸ ຍາດ, ໂຮງເລື່ອຍ, ໂຮງຊອຍ, ຈັກສະຕິນ ທີ່ຜິດຕໍ່ລະບຽບກົດ ໝາຍ ແລະ ຖືວຽກງານນີ້ຕິດພັນ ກັບວຽກງານກໍ່ສ້າງຮາກຖານ ການເມືອງຂອງແຂວງ.

ໂອກາດນີ້, ສະຫາຍ ປອ ບຸນທອງ ຈິດມະນີ ໄດ້ໃຫ້ກຽດ ໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຕໍ່ ພະນັກງານການນໍາ-ຫຼັກແຫຼ່ງ ຂອງແຂວງ ແລະ ພະນັກງານ ກວດກາພັກ-ລັດແຂວງ ໂດຍ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງແຂວງ, ຄະນະກວດ ກາພັກ-ລັດແຂວງໃນໄລຍະ ຜ່ານມາ ແລະ ສະຫາຍໄດ້ເນັ້ນ ໜັກກ່ຽວກັບບັນຫາລວມໃຫ້ ເອົາໃຈໃສ່ດັ່ງນີ້:

– ເອົາໃຈໃສ່ກວດກາເບິ່ງຄືນ ທ່າແຮງ, ຄວາມອາດສາມາດ ຂອງແຕ່ລະເມືອງ, ແຕ່ລະເຂດ ເພື່ອຊອກໃຫ້ເຫັນໄດ້ດ້ານຕັ້ງ ໜ້າ ແລະ ຊຸກຍູ້ເສີມຂະຫຍາຍ ໃຫ້ສຸມໃສ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ການຈັດ ສັນບ້ານ, ການຈັດສັນອາຊີບໃຫ້ ປະຊາຊົນ, ການພັດທະນາທາງ ດ້ານການສຶກສາ, ປັບປຸງລະບົບ ສາທາລະນະສຸກ ແລະ ສັງຄົມ ແລ້ວສືບຕໍ່ວາງແຜນພັດທະນາ.

– ເອົາໃຈໃສ່ຄຸ້ມຄອງງົບປະ ມານ ແລະ ໂຄງການລົງທຶນ ຂອງລັດໃຫ້ດໍາເນີນໄປຖືກຕ້ອງ ຕາມກົດໝາຍ ແລະ ມີປະສິດທິ ຜົນ, ບໍ່ສ້າງໜີ້ສິນ; ຕິດຕາມ-ກວດກາຊຸກຍູ້ການເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ຕາມຄາດ ໝາຍ ແລະ ລື່ນຄາດໝາຍທີ່ ວາງໄວ້, ຄົ້ນຄວ້າຖອດຖອນບົດ ຮຽນການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບຕາມທິດ 3 ສ້າງ.

– ສືບຕໍ່ເອົາໃຈໃສ່ສູ້ຊົນຈັດຕັ້ງ ປະຕິບັດວຽກງານ 3 ສ້າງໃຫ້ ເກີດຜົນເປັນຈິງ ເປັນຕົ້ນການ ສ້າງບ້ານພັດທະນາ ຕິດພັນກັບ ການແກ້ໄຂບ້ານທຸກຍາກຂອງ ປະຊາຊົນບັນດາເຜົ່າ; ພ້ອມກັນ ເບິ່ງຄືນ ແລະ ສືບຕໍ່ປະຕິບັດ ການແບ່ງສິດ ແບ່ງຄວາມຮັບ ຜິດຊອບລະຫວ່າງຂະແໜງການຂອງແຂວງກັບເມືອງ ແລະ ລະ ຫວ່າງເມືອງກັບບ້ານໃຫ້ຈະ ແຈ້ງ ຂາດຕົວຕື່ມ.

– ອໍານາດການປົກຄອງແຕ່ລະ ຂັ້ນຕ້ອງເພີ່ມທະວີວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຢ່າງແຂງແຮງທົ່ວເຖິງ, ສຸມໃສ່ແກ້ໄຂສະພາບຫຍໍ້ທໍ້ ຕ່າງໆໃນສັງຄົມ, ເປັນຕົ້ນບັນ ຫາຢາເສບຕິດ, ການຄ້າຂາຍ ເຖື່ອນ, ການລັກລອບຂຸດຄົ້ນ ໄມ້, ສົ່ງອອກໄມ້ບໍ່ຖືກຕ້ອງ, ບັນ ຫາການລັກລອບຂຸດຄົ້ນແຮ່ ທາດ, ຕິດຕາມການເຂົ້າ-ອອກ ເມືອງ ການເຄື່ອນຍ້າຍຕັ້ງຖິ່ນ ຖານ, ການຄຸ້ມຄອງສໍາມະໂນ ຄົວ, ການມົ້ວສຸມ-ຫຼິ້ນກິນຟຸມ ເຟືອຍ ແລະ ອື່ນໆ.

– ສືບຕໍ່ເພີ່ມທະວີປັບປຸງລະບົບ ການເມືອງແຕ່ຂັ້ນແຂວງ, ຂອງ ເມືອງລົງຮອດຮາກຖານໃຫ້ໜັກ ແໜ້ນເຂັ້ມແຂງ, ດຳເນີນການ ກວດກາຄະນະພັກ ແລະ ສະ ມາຊິກພັກທີ່ມີບັນຫາດ້ວຍຫຼາຍ ວິທີ; ສືບຕໍ່ຕິດຕາມຊຸກຍູ້ການ ປະຕິບັດກົດລະບຽບຂອງພັກ, ຂໍ້ຫ້າມສໍາລັບສະມາຊິກພັກ; ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ແລະ ໜັກ ແໜ້ນ; ສືບຕໍ່ຄົ້ນຄວ້າກໍາແໜ້ນ ແລະ ຈັດຕັ້ງປະຕິບັດມະຕິຂອງ ຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດ ອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ.

– ເອົາໃຈໃສ່ເພີ່ມທະວີວຽກ ງານຕິດຕາມ-ກວດກາພັກ, ກວດກາຄຸ້ມຄອງບໍລິຫານລັດ ການສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງທັງຢູ່ແຂວງ, ຢູ່ເມືອງ ແລະ ຫົວໜ່ວຍຮາກ ຖານຕ່າງໆ; ພ້ອມກັນຈັດຕັ້ງ ປະຕິບັດເຂັ້ມງວດກວ່າເກົ່າ ຄໍາ ສັ່ງເລກທີ 15/ນຍ ວ່າດ້ວຍການ ແກ້ໄຂບັນຫາໄມ້ ແລະ ໂຮງ ງານໄມ້ທີ່ບໍ່ຖືກຕ້ອງ, ຄໍາສັ່ງ ແລະ ນິຕິກໍາອື່ນໆ ວ່າດ້ວຍການ ປະຢັດ ແລະ ອື່ນໆທີ່ສໍາຄັນແມ່ນ ກວດກາແລ້ວຕ້ອງແກ້ໄຂຜົນ ຂອງການກວດກາໃຫ້ເຂັ້ມງວດ ເດັດຂາດ ແລະ ທັນການ.
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.