Header Ads

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມບັນດາກິດຈະກຳ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ຊິດນີ, ອົດສະຕຣາລີ




ໃນຕອນບ່າຍຂອງວັນທີ 17 ມີນາ 2018 ທີ່ ຊິດນີ, ອົດສະຕຣາລີ, ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ໄດ້ເຂົ້າຮ່ວມງານພົບປະກັບອະດີດນັກສຶກສາ ອົດສະຕຣາລີ ທີ່ເຄີຍສຶກສາຢູ່ປະເທດສະມາຊິກອາຊຽນ ພາຍໃຕ້ໂຄງການ New Colombo Plan ແລະ ນັກສຶກສາຈາກປະເທດສະມາຊິກອາຊຽນ ທີ່ໄດ້ຮັບ ທຶນສຶກສາຢູ່ອົດສະຕຣາລີ ໂດຍການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ໂດຍມີບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດເຂົ້າຮ່ວມ.






ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະອະດີດນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກລັດຖະບານອົດສະຕຣາລີ ໄດ້ຮັບກຽດຕາງຫນ້າອາຊຽນ ຂຶ້ນກ່າວຄໍາເຫັນ ກ່ຽວກັບ ຄວາມສຳຄັນຂອງການສຶກສາ ຕໍ່ການການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ແລະ ໃນຂະນະດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ມີໂອກາດພົບປະສົນທະນາກັບ ອະດີດນັກສຶກສາອົດສະຕຣາລີ ທີ່ເຄີຍມາຝຶກງານ ຢູ່ ສປປ ລາວ ແລະ ນັກສຶກສາລາວ ທີ່ໄດ້ຮັບທຶນ ການສຶກສາຈາກອົດສະຕຣາລີ. 



ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພີຍານ ໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງອາຊຽນ ແລະ ອົດສະຕຣາລີ ວ່າດ້ວຍການຮ່ວມມື ເພື່ອຕ້ານການກໍ່ການຮ້າຍສາກົນ ຊຶ່ງເອກະສານດັ່ງກ່າວ ຈະເປັນພື້ນຖານອັນຫນັກແຫນ້ນ ສໍາລັບການຮ່ວມມື ອາຊຽນ ແລະ ອົດສະຕາລີ ໃນການຕ້ານການກໍ່ການຮ້າຍສາກົນໃນອານາຄົດ ອັນເປັນການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງໃນພາກພື້ນ ກໍຄື ໃນໂລກ. 



ໃນຕອນແລງຂອງວັນດຽວກັນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ແລະ ມີການພົບປະກັບ ບັນດານັກທຸລະກິດຂອງ ອາຊຽນ ແລະ ອົດສະຕາລີ ຫລັງຈາກນັ້ນ ກໍສືບຕໍ່ເຂົ້າຮ່ວມງານລ້ຽງອາຫານຄ່ຳສຳລັບຜູ້ນຳອາຊຽນ ໂດຍການເປັນເຈົ້າພາບຂອງ ທ່ານນາຍົກລັດຖະ ມົນຕີ ອົດສະຕຣາລີ.



© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.