Header Ads

ໄອຍະການປະຊາຊົນແຂວງຫົວພັນ ຕັດສິນປະຫານຊີວິດ ສະຖານຄ້າຂາຍຢາເຮໂຣອິນ




ຄະດີຢາເສບຕິດເຮໂຣອິນ 20 ແທ່ງ ທີ່ທາງເຈົ້າໜ້າທີ່ ປກສ ແຂວງຫົວພັນ ມ້າງໄດ້ໃນທ້າຍ ເດືອນມີນາ 2016; ຜ່ານການດຳເນີນຄະດີເປັນເວລາເກືອບ 2 ປີ, ໄອຍະການປະຊາຊົນແຂວງຫົວພັນ ໄດ້ສັ່ງຟ້ອງຕໍ່ສານໃຫ້ລົງໂທດ ຕາມກົດໝາຍ. ຜ່ານຄົ້ນຄວ້າຂອງຄະນະສານ, ໄດ້ພິຈາລະນາເຫັນຄວນຕັດສິນປະຫານຊີວິດຈຳເລີຍ ຊື່ ທ້າວ ເລັງຢາງ ໃນສະຖານຄ້າຂາຍຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງໃນທ້າຍເດືອນກຸມພາຜ່ານມາ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ເປີດເຜີຍໃຫ້ຮູ້ວ່າ: ທ້າວ ເລັງຢາງ ອາຍຸ 46 ປີ ຢູ່ບ້ານໂພນຄຳ ເມືອງຊຳເໜືອ ແຂວງຫົວພັັນ ໄດ້ສ້າງຄອບຄົວກັບ ນາງ ກ່າວ່າງ ອາຍຸ 45 ມີລູກນຳກັນ 1 ຄົນ ຊື່ ທ້າວ ຕົວຢາງ ອາຍຸ 25 ປີ, ຖືກເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເເຂວງ ກັກຕົວໃນວັນທີ 24 ມີນາ 2016 ຍ້ອນທ້າວ ເລັ່ງຢາງ ເປັນເປົ້າໝາຍຄ້າຂາຍຢາເສບຕິດ ທີ່ຜູ້ກ່ຽວໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດປະເພດເຮໂຣອິນ ໃນປີ 2014, ໂດຍຊື້ນຳ ທ້າວ ລີມົວ ອາຍຸ 60 ຢູ່ບ້ານໂພນໝີ ເມືອງໂພນໂຮງ ແຂວງວຽງຈັນ ຈຳນວນ 4 ແທ່ງ ແລ້ວເອົາໄປ ຂາຍໃຫ້ ຄົນຫວຽດນາມ. ກ່ອນມື້ມ້າງລາຍຄະດີດັ່ງກ່າວ ນີ້, ໃນວັນທີ 23 ມີນາ 2016 ເມຍຂອງ ທ້າວ ເລັງຢາງ ໄດ້ໂທລະສັບຫາຜູ້ກ່ຽວທີ່ໄປຊື້ນໍ້າມັນຢູ່ປໍ້າແຫ່ງໜຶ່ງເຂດບ້ານນາທອງ ເມືອງຊຳເໜືອ ວ່າ: ມີຄົນມາລໍຖ້າຢູ່ສົ້ນຂົວ ນໍ້າສວນ (ຂົວໃໝ່), ຜູ້ກ່ຽວຈຶ່ງບອກໃຫ້ເມຍໄປຮັບເຂົາເຈົ້າມາຢູ່ເຮືອນຖ້າ; ພາຍຫຼັງເມຍໄປຮອດຂົວ, ພົບລົດວີໂກ້ ສີປອນ-ເງິນ ບໍ່ຈື່ປ້າຍທະບຽນ ຈຶ່ງໄດ້ໃຫ້ສັນຍານຕາມມາເຮືອນ, ເມື່ອ ທ້າວ ເລັງຢາງ ມາຮອດພວກກ່ຽວໄດ້ລົມກັນ ເລື່ອງຄ້າຂາຍຢາເສບຕິດ ໂດຍຊາຍ 2 ຄົນ ທີ່ຂີ່ລົດສີປອນ-ເງິນ ໄດ້ຖາມ ທ້າວ ເລັງຢາງ ວ່າ: ມີຢາເສບຕິດປະເພດ ຢາເຮໂຣອິນຂາຍບໍ? ຕ້ອງການຈຳນວນ 20 ແທ່ງ. 

ພາຍຫຼັງຊາຍທັງສອງອອກຈາກເຮືອນໄປ, ທ້າວ ເລັງຢາງ ໄດ້ ໂທລະສັບຫາ ທ້າວ ລີມົວ ບອກ ໃຫ້ເອົາເຮໂຣອິນ ຈຳນວນ 20 ແທ່ງ ສົ່ງມາໃຫ້ ແຕ່ທ້າວ ລີມົວ ໄດ້ຕອບວ່າ: ຢາ ເສບຕິດມີ, ແຕ່ບໍ່ທັນເອົາໄປສົ່ງໃຫ້ ຈຶ່ງໄດ້ບອກລູກຊາຍຊື່ ທ້າວ ຕົວຢາງ ທີ່ມາຊື້ເຄື່ອງໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ ກຳລັງກັບໄປຊຳເໜືອ ໃນວັນທີ 24 ມີນາ 2016 ໄປຮັບເອົາຢາເສບຕິດນຳ ທ້າວ ລີມົວ, ເມື່ອ ທ້າວ ຕົວຢາງ ເດີນທາງມາຮອດເຮືອນ ໄດ້ບອກກັບຜູ້ເປັນພໍ່ວ່າ ເຄື່ອງທີ່ໄປເອົານຳ ທ້າວ ລີ ມົວ ຢູ່ຫຼັງກະບະໝາຍເລກທະບຽນ ນຂ 4999 ກຳແພງນະຄອນ; ຈາກນັ້ນ, ປະມານ 20 ນາທີ ຊາຍທີ່ເຄີຍມາສັ່ງຊື້ຢາເສບຕິດນັ້ນ ໄດ້ເຂົ້າມາເຮືອນ ທ້າວ ຕົວຢາງ ໄດ້ພາລູກຊາຍອາຍຸ 1 ປີກວ່າ ໄປ ເບິ່ງຕີໄກ່ຢູ່ໃນບ້ານ ແຕ່ລູກຊາຍໄຫ້ ຈຶ່ງໄດ້ພາ ກັບມາເຮືອນ, ພົບເຫັນ ຢາເສບຕິດຈຳນວນດັ່ງ ທາງເຈົ້າໜ້າທີ່ ຈຶ່ງເຂົ້າຈັບຕົວ ທ້າວ ເລັງຢາງ ແລະ ທ້າວ ຕົວຢາງ ສ່ວນຊາຍທີ່ມາຊື້ຢາເສບ ຕິດນັ້ນ ໄດ້ພາກັນແລ່ນຫຼົບໜີ ຜ່ານການກວດຄົ້ນເຮືອນພົບປືນກາບິນ 1 ກະບອກ ພ້ອມລູກ 18 ລູກ ເງິນກີບ 5.000.000 ກີບ ເງິນໂດລາ 1.000 ໂດລາ ມາດຳເນີນຄະດີຕາມກົດໝາຍ, ຜ່ານການ ດຳເນີນຄະດີ ເຈົ້າໜ້າທີ່ ຈຶ່ງສະຫຼຸບສຳນວນຄະ ດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຄົ້ນຄວ້າສຳນວນຄະດີ ແລະ ຄົ້ນຄວ້າຂໍ້ກ່າວຫາກ່ຽວ ກັບພຶດຕິກຳຂອງ ທ້າວ ເລັງຢາງ ຕາມກົດໝາຍ ເພື່ອສັ່ງຟອງຕໍ່ສານປະຊາຊົນພິຈາລະນາຕາມຂະບວນຍຸຕິທຳ.

ທ້າວ ເລັງຢາງ ສາລະພາບວ່າ: ກ່ອນຈະເລີ່ມພົວພັນຄ້າຂາຍຢາເສບຕິດ, ຕົນໄດ້ເຮັດອາຊີບເປັນຊາວໄຮ່ຊາວສວນ ຈົນໄດ້ມາຮູ້ຈັກ ທ້າວ ລີມົວ ໄລຍະໜຶ່ງ ທ້າວ ລີມົວ ໄດ້ຊັກຊວນໃຫ້ຂາຍຢາເສບຕິດ ແຕ່ຕົນໄດ້ປະຕິເສດ ເພາະຢ້ານ ກົວຕໍ່ກົດໝາຍຫຼາຍຄັ້ງທີ່ ທ້າວ ລີມົວ ໄດ້ຊັກຊວນ ແລະ ວ່າຫຼາຍສິ່ງຫຼາຍຢ່າງ ຈົນຕົນເອງໄດ້ ຮັບຂາຍ ໂດຍທ້າວ ລີມົວ ເອົາເຮໂຣອິນມາໃຫ້ຂາຍກ່ອນຈຳນວນ 4 ແທ່ງ ໂດຍບອກວ່າ ຈະ ມີຄົນມາຊື້ຢູ່ເຮືອນເລີຍ ເປັນຄົນຫວຽດ ນາມ, ວິທີການຂາຍແມ່ນຊາຍຄົນຫວຽດນາມ ຈະໂທລະສັບມາຫາກ່ອນ ແລ້ວບອກວ່າຈະມາເອົາຢາເສບຕິດທີ່ທ້າວ ລີມົວ ຝາກຂາຍ ແຕ່ບໍ່ໄດ້ລະບຸວ່າຈະມາມື້ໃດ ມີແຕ່ໃຫ້ກຽມຢາເສບຕິດໄວ້ໃຫ້ຮຽບຮ້ອຍ; ພາຍຫຼັງທີ່ຊາຍຄົນຫວຽດ ນາມ ຮັບເອົາຢາບ້າໄປແລ້ວ, ທ້າວ ລີມົວ ຍັງບອກວ່າ ຖ້າມີຄົນຕ້ອງການຢາກຊື້ຢາເສບຕິດປະເພດເຮໂຣອິນ ກໍໃຫ້ ໂທບອກ, ວັນທີ 23 ມີນາ 2016 ມີຊາຍ 2 ຄົນ ມາຖາມຊື້ຢາເຮໂຣອິນ ຈຳນວນ 10 ຄູ່ ເທົ່າກັບ 20 ແທ່ງ ຕົນຈຶ່ງ ໂທສັ່ງຊື້ເຮໂຣ ອິນນຳທ້າວ ລີມົວ ແຕ່ ທ້າວ ລີມົວ ບໍ່ທັນມາສົ່ງ ຈຶ່ງໄດ້ບອກລູກຊາຍທີ່ກຳລັງກັບຈາກນະຄອນຫຼວງ ວຽງຈັນ ແວ່ຮັບເອົາຢູ່ບ້ານໂພນໝີ ເມືອງໂພນໂຮງ ແຂວງວຽງຈັນ ເມື່ອມາຮອດຊາຍສອງຄົນໄດ້ເຂົ້າມາເອົາຢາ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ.

ເຫດການດັ່ງກ່າວນີ້, ເປັນອີກເຫດການໜຶ່ງທີ່ຂະບວນການຍຸຕິທຳໄດ້ລົງໂທດຄົນທີ່ກະທຳຜິດຕາມນິຕິກຳແຫ່ງ ສປປ ລາວ ກໍຄືກົດໝາຍອາຍາ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງທີ່ລະບຸພຶດຕິກຳຂອງຄົນທີ່ສ້າງຄວາມບໍ່ສະຫງົບໃຫ້ ກັບສັງຄົມ ແລະ ປະເທດຊາດ ຕ້ອງໄດ້ຮັບໂທດ ຕາມກົດໝາຍ ເພື່ອເຮັດໃຫ້ກົດໝາຍ ແລະ ຄວາມຍຸຕິທຳໃນສັງ ຄົມມີຜົນສັກສິດ, ດ້ວຍເຫດນີ້, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນແຂວງຫົວພັນ ເປີດປະຊຸມສານໃນທ້າຍ ເດືອນກຸມພາ ຜ່ານມາ ເພື່ອພິຈາລະນາຕັດສິນປະຫານຊີວິດ ທ້າວ ເລັງຢາງ ໃນສະຖານຂາຍຢາເສບຕິດປະເພດເຮ ໂຣອິນ ຈຳນວນ 20 ແທ່ງ ແລະ ມີອາວຸດເສິກໄວ້ໃນຄອບຄອງ.

ພາບ ແລະ ຂ່າວ: ໜັງສືພິມ ປ້ອງກັນຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.