Header Ads

ປກສ ເມືອງສີໂຄດຕະບອງ ກັກຕົວໄປດໍາເນີນຄະດີສໍ້ໂກງເງິນຫຼາຍລ້ານຖືກຈັບສົ່ງສານຕັດສິນຈຳຄຸກ





ນາງ ພົມມະລິນ ອາຍຸ 33 ປີ ຢູ່ບ້ານນາເລົ່າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ກັກຕົວໄປດໍາເນີນຄະດີໃນຂໍ້ຫາສໍ້ໂກ້ງຊັບຂອງພົນລະເມືອງ ແຕ່ວັນທີ 29 ກໍລະກົດ 2015 ຜ່ານການດໍາເນີນຄະດີໃນຂັ້ນຂອງເຈົ້າໜ້າທີ່ ປກສ ເປັນເວລາ 2 ປີກວ່າ ກໍໄດ້ສະຫຼຸບສໍານວນຄະດີສົ່ງໄອຍະການສັ່ງຟ້ອງສານຕັດສິນ. ມາຮອດວັນທີ 22 ມີນາ 2018 ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງນໍາຕົວຈໍາເລີຍຂຶ້ນມາສານເພື່ອຕັດສິນລົງໂທດຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນສະບັບເລກທີ 41/ອຍ ກ.ນວ ລົງວັນທີ 21 ຕຸລາ 2016.



ໃນຫ້ອງປະຊຸມສານ ກ່ອນຈະເປີດການໄຕ່ສວນຄະດີຂອງນາງ ພົມມະລິນ. ຄະນະສານອາຍາໄດ້ແຈ້ງຊື່ຂອງຄະນະ ສານ, ຈ່າສານ ແລະ ໄອຍະການ ເພື່ອໃຫ້ຈໍາເລີຍຊາບພ້ອມບອກໃຫ້ຈໍາເລີຍຖ້າບໍ່ເຫັນດີກ່ຽວກັບຄະນະສານຜູ້ໃດຜູ້ໜຶ່ງ ຫຼື ທັງໝົດທີ່ຈະບໍ່ໃຫ້ຄວາມເປັນທໍາຂອງການຕັດສິນຄະດີກໍສາມາດຄ້ານຕົວໄດ້ຖ້າມີເຫດຜົນ. ເຊິ່ງຈໍາເລີຍກໍເຫັນດີຕໍ່ຄະນະສານ ຈຶ່ງໄດ້ເປີດການໄຕ່ສວນຕໍ່ນາງ ພົມມະລິນ (ຈໍາເລີຍ) ສາລະພາບວ່າ: ໃນປີ 2012 ເລີ່ມກູ້ຢືມເງິນນໍານາງ ສຸພາລາ ຈໍານວນຫຼາຍຄັ້ງ, ຄັ້ງລະ 100.000 ບາດ ຫາ 20.000 ໂດລາສະຫະລັດ ໂດຍຕົກລົງຈ່າຍດອກເບ້ຍ 6%-8% ຈາກການກູ້ຢືມເຊິ່ງໃນເບື້ອງຕົ້ນກໍສາມາດໃຊ້ແທນໄດ້ເປັນປົກກະຕິ. ເຊິ່ງເງິນທີ່ກູ້ຢືມໄປນັ້ນຈຳເລີຍນໍາໄປໃຫ້ຄົນອື່ນຢືມຕໍ່ເພື່ອກິນດອກເບ້ຍ. ມາປີ 2013 ຈໍາເລີຍເອົາໃບຢັ້ງຢືນສິດນໍາໃຊ້ທີ່ດິນ ( ເຮືອນລັດ ) ສະບັບເລກທີ 2806/ກຄຊ ລົງ ວັນທີ 20 ກຸມພາ 2012 ອອກຊື່ຈໍາເລີຍເປັນຫຼັກຊັບຄໍ້າປະກັນເອົາເງິນນໍານາງ ສຸພາລາ ຈໍານວນ 16.000.000 ບາດ. ຫຼັງຈາກກູ້ຢືມເງິນໄດ້ປະມານ 6-7 ເດືອນຕໍ່ມາຈໍາເລີຍກໍມາຕົວະເອົາສິດນໍາໃຊ້ທີ່ດິນຄືນໂດຍອ້າງວ່າ: ຈະເອົາໄປເສຍພາສີ ແລະ ແລ່ນເປັນໃບຕາດິນຂອບທອງຖ້າແລ່ນໄດ້ແລ້ວຈະເອົາມາໃຫ້. ພາຍຫຼັງທີ່ຈໍາເລີຍໄດ້ໃບຕາດິນກໍໄປຄໍ້າປະກັນເອົາເງິນນໍານາງ ຄໍາຫຼ້າ ຈໍານວນເງິນ 100.000 ໂດລາສະຫາລັດ ໂດຍມີດອກເບ້ຍ 5% ແລະ ຢືມເງິນບາດ 1.500. 000 ບາດ ແມ່ນເອົາໃບຕາດິນເລກທີ 599, ລົງວັນ ທີ 16 ພຶດສະພາ 2013 ອອກຊື່ ທ້າວ ຜ່ອງສີ (ຜົວ) ແລະ ໃບຕາດິນອອກຊື່ ທ້າວ ຊາຍ ( ນ້ອງຊາຍ ) ເປັນຫຼັກຊັບຄໍ້າປະກັນໃນເມື່ອໄດ້ເງິນມາແລ້ວກໍໄປໃຫ້ຄົນອື່ນຢືມ ແລະ ໃຊ້ຈ່າຍຈົນໝົດ.

ນອກຈາກນັ້ນ, ຈໍາເລີຍຍັງໄດ້ຢືມເງິນນໍານາງ ມາໄລ ທອງ ຈໍານວນ 5 ຄັ້ງ ເປັນເງິນ 300.000 ບາດ ລວມດອກ ເບ້ຍທັງໝົດ 60.000 ບາດ ເມື່ອໄດ້ເງິນມາແລ້ວກໍໄປໃຊ້ຈ່າຍຈົນໝົດ ແລະ ບໍ່ມີເງິນຈະໃຊ້ແທນໃຫ້ແກ່ນາງ ສຸພາລາ, ນາງ ຄໍາຫຼ້າ ແລະ ນາງ ມາໄລທອງ ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ກັກຕົວໄປດໍາເນີນຄະດີ.

ເຊິ່ງຄະດີດັ່ງກ່າວ: ພາຍຫຼັງໄຕ່ສວນໃນຫ້ອງປະຊຸມສານ ແລະ ຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆ ທີ່ປະກອບ ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ນາງ ພົມມະລິນ ( ຈໍາເລີຍ ) ເປັນຜູ້ ກະກໍາຜິດທາງອາຍາໃນສະຖານການສໍ້ໂກງຊັບຂອງພົນລະເມືອງຕາມກົດໝາຍອາຍາມາດຕາ 120 ແຕ່ກໍບໍ່ສາມາດຕັດສິນໄດ້ເທື່ອເພາະວ່າໂຈດທາງແພງຍັງມາບໍ່ຄົບຈຶ່ງໄດ້ເລື່ອນການຕັດສິນຄະດີດັ່ງກ່າວອອກໄປກ່ອນ ເພື່ອໃຫ້ຄວາມເປັນທໍາທັງສອງຝ່າຍ.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.