Header Ads

ເຫດລົດໃຫຍ່ຕໍານັກຮຽນ ຂະນະທີ່ຊ່ວຍວຽກແມ່ອະນາໄມສະຖານທີ່ຢູ່ໃນສ່ວນເຈົ້າຟ້າງຸ່ມ



ອີງຕາມການລາຍງານຂອງໜ່ວຍກູ້ໄພ ວ່າ : ວັນທີ 24 ມີນາ2018 ເວລາ 06:04 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າ ເກີດເຫດເສົ້າສະຫຼົດໃຈ ໂດຍມີເຫດລົດໃຫຍ່ຕຳນ້ອງນັກຮຽນ ຂະນະທີ່ຊ່ວຍວຽກແມ່ອະນາໄມສະຖານທີ່ຢູ່ໃນສ່ວນເຈົ້າຟ້າງຸ່ມ ເຊິ່ງເປັນຈຸດເກີດເຫດຂອງໂສກອານາດຕະກໍາຄວາມຮູ້ສຶກສັງຄົມ ໂດຍສະເພາະແມ່ນຜູ້ເປັນພໍແມ່ ແລະ ຍາດພີ່ນ່ອງຜູ້ເສຍຊີວິດ.





ເມື່ອໜ່ວຍກູ້ໄພມູນນິທິອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ ໂດຍເບື້ອງຕົ້ນຄົນເຈັບເປັນເພດຍິງ 16ປີ ອາຊີບ ນັກຮຽນ ບ້ານບໍ່ນາງົວ ເມືອງຈັນທະບູລີ ແຂວງນະຄອນຫຼວງວຽງຈັນ ໂດຍອາການຄົນເຈັບເບື້ອງຕົ້ນແມ່ນ ຂາຫັກເບື້ອງຂວາ ແລະ ມີບາດເປີດຢູ່ໜ້າແຂ່ງເບື້ອງຂວາ  ແລະ ກະທົບຫົວບໍ່ມີສະຕິ ເຊິ່ງໜ່ວຍກູ້ໄພມູນນິທິໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ ແລະນ້ອງບໍ່ສາມາດທົນຜິດບາດແຜທີ່ເກີດຈາກອຸດບັດຕິເຫດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາຢ່າງສະຫງົບ. 










ທີມງານ champapost.com ຂໍສະແດງຄວາມເສຍໃຈນໍາຄອບຄົວ ແລະ ຍາດພີ່ນ້ອງ ນ້ອງທີ່ປະສົບອຸບັດເຫດໃນຄັ້ງນີ້ດ້ວຍ ແລະ ຝາກໃຫ້ອຸບັດຕິເຫດໃນຄັ້ງນີ້ເປັນອຸທາກອນສໍາລັບທຸກໆທ່ານທີ່ຕ້ອງໃຊ້ລົດໃຊ້ຖະໜົນໃນມີສະຕິ, ມີນ້າໃຈຕໍ່ເພື່ອນຮ່ວມທາງ , ກວດການສະພາບລົດ, ປະຕິບັດກົນຈາລລະຈອນ ແລະ ຫ້າມຂັບຂີ່ຂະນະມຶນເມົາເດັດຂາດ ເພາະຄວາມປະໜາດ ແລະ ການຂາດສະຕີຂອງທ່ານອາດເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ ແລະ ເສຍຊີວິດໄດ້.



© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.