Header Ads

ຈັບເປົ້າໝາຍນັດຂາຍເຮໂລອິນ ແລະ ຢາບ້າ ຢູ່ເຮືອນພັກ




ໃນວັນທີ 13 ມີນາ 2018 ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງຂວາ ຮ່ວມກັບ ປກສ ເມືອງໃໝ່ ແຂວງຜົ້ງສາລີ, ໄດ້ນຳກຳລັງປິດລ້ອມຈັບເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໂພນໄຊ ເມືອງຂວາ ແຂວງຜົ້ງສາລີ ພ້ອມຂອງກາງເຮໂລອິນ 58 ແທ່ງ, ຢາບ້າ 3.800 ເມັດ, ລົດໃຫຍ່ 2 ຄັນ ແລະ ປືນສັ້ນ 1 ກະບອກ ພ້ອມຜູ້ຖືກຫາ 3 ຄົນ ໄປສອບສວນຂະຫຍາຍຜົນ.






ເຈົ້າໜ້າທີ່ ປກສ ເມືອງຂວາ ໄດ້ເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າ ໃນວັນທີ 13 ມີນາ 2018 ພວກກ່ຽວຮ່ວມກັນກໍາລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ ໂດຍນັດກັນຢູ່ເຮືອນພັກແຫ່ງໜຶ່ງເຂດ ບ້ານໂພນໄຊ ເມືອງຂວາ. ຈາກນັ້ນ, ຈຶ່ງໄດ້ປະສານສົມທົບກັບກໍາລັງວິຊາສະເພາະເມືອງໃໝ່ເຂົ້າປິດລ້ອມເຮືອນພັກຫຼັງດັ່ງກ່າວແລ້ວເຂົ້າກວດຄົ້ນພົບເຫັນຢາເສບຕິດ ປະເພດເຮໂລອິນ 58 ແທ່ງ, ຢາບ້າ 3.800 ເມັດ, ລົດໃຫຍ່ 2 ຄັນ ແລະ ປືນສັ້ນ 1 ກະບອກ ພ້ອມຈັບຕົວຜູ້ຖືກຫາ 3 ຄົນ ໃນນັ້ນ ຊື່ ທ້າວ ຕູ່ຢາງ ວາຕູ, ອາຍຸ 33 ປີ ຢູ່ເມືອງຄູນ ແຂວງຊຽງຂວາງ, ທ້າວ ບຸນຮອງ ຫຼື ທ້າວ ເຕຍຢາ ອາຍຸ 55 ປີ ຢູ່ບ້ານແສງສະຫວ່າງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທ້າວ ຊໍວຽງໄຊ ຫຼື ຊໍ ອາຍຸ 55 ປີ ຢູ່ບ້ານວັງຊາຍ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.







ຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບ ວ່າ: ເຮໂລອິນຈຳນວນດັ່ງກ່າວ, ແມ່ນຂອງພວກກ່ຽວແທ້ ໂດຍໄດ້ພາກັນໄປຮັບເອົາຈາກຜູ້ຮ່ວມຂະບວນການນໍາກັນຢູ່ຕ່າງແຂວງ ເພື່ອເອົາສົ່ງໃຫ້ຜູ້ສັ່ງຊື້ຢູ່ເມືອງຂວາ ໂດຍນັດຈຸດຊື້-ຂາຍຢູ່ ເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນໄຊ ເມືອງຂວາ, ໃນຂະນະທີ່ກໍາລັງລໍຖ້າຜູ້ໄປຮັບເອົາຢາເສບຕິດຢູ່ນັ້ນຖືກເຈົ້າໜ້າທີ່ຈັບຕົວກ່ອນ ພ້ອມຂອງກາງຈຳນວນດັ່ງກ່າວ. ປະຈຸບັນຄະດີ ດັ່ງກ່າວ, ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນ, ຜູ້ຮ່ວມຂະບວນການໄປດຳເນີນຄະດີຕາມລະບຽບກົດໝາຍ.



ເນື້ອໃນຂ່າວ: ນສພ ຄວາມສະຫງົບ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.