Header Ads

ປກສ ເມືອງໝື່ນ ແຂວງວຽງຈັນ ຈັບສອງສ່ຽວຮ່ວມມືກັນຂີ້ລັກລົດຈັກ



ເຫດເກີດຂຶ້ນ ເວລາປະມານ 8 :00 ໂມງ ,ແລງ ຂອງວັນທີ 7 ມີນາ 2018 ທີ່ຜ່ານມາ ຢູ່ທີ່ ໂຮງຮຽນ ມສ ນໍ້າຮອນ ເມືອງໝື່ນ ແຂວງວຽງຈັນ ເຊິ່ງມີ ທ້າວ ເລັ່ງ ທ່າວ ອາຍຸ 17 ປີ ແລະ ທ້າວ ມົ່ວທ່າວ ອາຍຸ 16 ປີ ,ເຊື້ອຊາດລາວ,ສັນຊາດລາວ ,ຊົນເຜົ່າມົ້ງ ບ້ານຢູ່ປະຈຸບັນບ້ານໂພນງາມ ເມືອງໝື່ນ ແຂວງວຽງຈັນ ທັງສອງຄົນມີອາຊີບວ່າງງານ .


ຜ່ານມາທັງ ສອງຄົນ ບໍເຄີຍຖືກດຳເນີນຄະດີ ແລະ ໄດ້ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ກັກຕົວໃນວັນທີ 9 ມີນາ 2018 ທີ່ຜ່ານມາ ໃນຂໍ້ກ່າວຫາ ລັກຊັບຜົນລະເມືອງ (ລົດຈັກ) ຜ່ານການສືບສວນ – ສອບສວນ ທ້າວ ເລັ່ງທ່າວ ແລະ ທ້າວ ມົ່ວທ່າວ ໄດ້ຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນເບື້ອງຕົ້ນເວລາປະມານ 19 :00 ໂມງ, ຂອງວັນທີ 7 ມີນາ 2018 ທັງສອງຄົນໄດ້ພາກັນໄປຫລິ້ນບຸນຢູ່ທີ່ວັດບ້ານໂພນງາມ ຈາກນັ້ນ ທ້າວ ເລັ່ງທ່າວ ກໍ່ໄດ້ພາທ້າວ ມົ່ວທ່າວ ໄປຫຼິ້ນສາວຢູ່ບ້ານໂນນໄຮຕໍ່ ແລ້ວທັງສອງຄົນກໍ່ໄດ້ພາກັນຢ່າງລັດຜ່ານໄປທາງໂຮງຮຽນ ມສ ນໍ້າຮອນ ແລ້ວຜູ້ກ່ຽວທັງສອງ ຈຶ່ງເຫັນລົດຈັກຈອດຢູ່ຕໍ່ໜ້າຫໍພັກຄູອານຈານ ແລ້ວພວກກ່ຽວກໍ່ໄດ້ຊວນກັນລັກເອົາລົດຈັກ 2 ຄັນຄື:

ລົດຈັກຮອນດາເວບ 100 ສີເທົາດຳ ແລະ ລົດຈັກຮອນດາເວບໄອ ສີດຳ ເຊິ່ງແມ່ນທ້າວ ເລັ່ງທ່າວ ເປັນຄົນມ້າງ ແລະ ຕັດຕໍ່ສາຍໄຟລົດຈັກທັງ 2 ຄັນ ຫຼັງຈາກນັ້ນກໍ່ໄດ້ຂີ່ລົດຈັກດັງກ່າວໄປຫຼິ້ນສາວຢູ່ບ້ານໂນນໄຮ ເວລາປະມານ 22 ໂມງ,ກາງຄືນ ທັງສອງກໍ່ໄດ້ພາກັນຂີ່ລົດຈັກໄປເລື່ອຍໆ ຈົນຮອດເມືອງຫີນເຫີບ ປະມານ 3 ຂອງວັນທີ 8 ມີນາ 2018 ຈິ່ງພາກັນນອນພັກຢູ່ປ່າແຄມທາງ ຈາກນັ້ນເວລາປະມານ 8 ເຊົ້າຂອງວັນດຽວກັນ ພວກກ່ຽວທັງສອງຈຶງໄດ້ພາກັນກັບມາບ້ານໂພນງາມ ເມືອງໝື່ນ ພໍຂີ່ລົດຈັກມາຮອດເມືອງເຟືອງປະມານ 12 ໂມງ, ກໍ່ຖືກເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງເຟືອງລັດພວກກ່ຽວ ແລ້ວກໍ່ໄດ້ກັກລົດຈັກໄວ້ 1 ຄັນ ພ້ອມກັບຂຽນໃບສັ່ງໃຫ້ພວກກ່ຽວ

ແລ້ວກໍ່ໃຫ້ພວກກ່ຽວຂີ່ລົດຈັກອີກ 1 ຄັນ ເພື່ອມາເອົາເອກະສານຢູ່ບ້ານ ເພາະລົດຄັນທີ່ເຈົ້າໜ້າທີ່ກັກໄວ້ນັ້ນບໍ່ມີເອກະສານ ຈາກນັ້ນທັງສອງ ກໍ່ກັບມາຮອດຮອດປະມານ 18 ໂມງ ຂອງວັຍດຽວກັນ ຈາກນັ້ນຕົກມາຮອດ 9 ໂມງເຊົ້າຂອງວັນທີ 9 ມີນາ 2018 ທາງເຈົ້າໜ້າທີ່ ປກສ ເມືອງໝື່ນ ແລະ ອຳນາດການປົກຄອງບ້ານ ຈຶງມາຈັບຕົວ ທ້າວ ເລັ່ງທ່າວ ແລະ ທ້າວ ມົວທ່າວ ໄປທີ່ຫ້ອງການ ປກສ ກຸ່ມບ້ານໂນນໄຮ ແລ້ວຈິງສົ່ງຕົວໄປຝາກຂັງທີ່ກອງບັນຊາການ ປກສ ເມືອງໝື່ນ ຜ່ານການສອບສ່ວນໃນເທື່ອນີ້ ທ້າວ ເລັ່ງທ່າວ ແລະ ທ້າວ ມົ່ວທ່າວ ແມ່ນຍອມຮັບສາລະພາບວ່າເປັນຄົນລັກລົກຈັກສອງຄັນດັ່ງກ່າວໃນຄັ້ງນີ້ຢ່າງແທ້ຈິ່ງ ສຳລັບລົດຈັກທັງສອງຄັນແມ່ນສົ່ງຄືນໃຫ້ເຈົ້າຂອງເປັນທີ່ຮຽບຮ້ອຍ ແລ້ວ ສ່ວນຜູ້ກ່ຽວທັງສອງ ແມ່ນຈະປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງ.




ພາບ ແລະ ຂ່າວ :  ແຫວນຄຳ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.