Header Ads

ໄຟໄໝ້ປ່າ ບ້ານຊ້າງຄູ່ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ




ນະຄອນຫຼວງວຽງຈັນ :  ວັນທີ28 ມີນາ 2018 ເວລາ 19:15 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດໄຟໄໝ້ປ່າ ໂດຍຈຸດເກີດເຫດແມ່ນຢູ່ ບ້ານຊ້າງຄູ່ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ. 





ເມື່ອໜ່ວຍກູ້ໄພມູນນິທິອອກກວດສອບເຫດພົບວ່າມີໄຟໄໝ້ປ່າເປັນບໍລິເວນກວ້າງ ແລະ ແຮງຫຼາຍ. ດັ່ງນັ້ນ ທາງໜ່ວຍກູ້ໄພມູນນິທິພ້ອມດ້ວຍອາສາສະໝັກ ແລະ ລົດດັບເພີງຈຶ່ງອອກໄປດັບໄຟທີ່ໄໝ້ປ່າ ໃຊ້ເວລາປະມານ 30 ນາທີ ໃນການດັບໄຟທີ່ໄໝ້ປ່າຈຶ່ງດັບລົງ. 







ເຈັບປ່ວຍສຸກເສີນໂທ 1623 ຟຣີຕະຫຼອດ 24 ຊົ່ວໂມງ (ຈຸດດົງໂດກ)
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.