Header Ads

ກອງປະຊຸມສຳມະນາການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ, ວຽກງານຊາຍແດນ ແລະ ເຜີຍແຜ່ຜົນກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”




ໃນວັນທີ 29 ມີນາ 2018, ກະຊວງການຕ່າງປະເທດ ຮ່ວມກັບ ອໍານາດການປົກຄອງ ແຂວງ ເຊກອງ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ, ວຽກງານຊາຍແດນ ແລະ ເຜີຍແຜ່ຜົນຂອງກອງປະຊຸມປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂຶ້ນ ທີ່ ຫ້ອງວ່າການແຂວງເຊກອງ, ຊຶ່ງໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ຄໍາພຽມ ບົວລະພາ, ຮອງເລຂາຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງ ຂອງ ແຂວງ ເຊກອງ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຂະແໜງການຕ່າງໆ ເຊັ່ນ: ພະແນກການຕ່າງປະເທດ, ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຖະແຫຼງຂ່າວ ແລະ ວັດທະນະທໍາ, ອໍານາດການປົກຄອງທ້ອງຖິ່ນ, ບັນດາເຈົ້າເມືອງ ລວມທັງຂະແໜງປ້ອງກັນຊາດ ແລະ ປ້ອງກັນຄວາມສະງົບຂອງ 4 ແຂວງ ພາກໃຕ້ (ແຂວງ ຈໍາປາສັກ, ສາລະວັນ, ເຊກອງ, ແລະ ອັດຕະປື) ລວມທັງໝົດ 170 ທ່ານ.


ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ກ່ຽວກັບ ສະພາບການພົ້ນເດັ່ນຂອງສາກົນ ແລະ ພາກພື້ນ, ການປະຕິບັດແນວທາງນະໂຍບາຍ ການຕ່າງປະເທດ ຂອງ ສປປ ລາວ ລວມທັງ ວຽກງານການເຊື່ອມໂຍງພາກພື້ນ ແລະ ສາກົນຂອງ ສປປ ລາວ, ວຽກງານຊາຍແດນ ແລະ ຜົນສຳເລັດຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍ ການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ໃນເດືອນ ພຶດສະພາ 2017 ຢູ່ ສປ ຈີນ. ຈຸດປະສົງໃສ່ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງຈາກບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຂອງ 4 ແຂວງພາກໃຕ້ ໄດ້ຮັບຟັງ ແລະ ເຂົ້າໃຈແຈ້ງຕື່ມ ຕໍ່ແນວທາງການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ວຽກງານຊາຍແດນ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາຍັງໄດ້ມີການແລກປ່ຽນຄໍາຄິດຄຳເຫັນ ຕໍ່ກັບກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຊື່ອມໂຍງເຂົ້າໃນຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.

ຂ່າວຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ
ພະແນກໂຄສະນາ ແລະ ປະຊາສຳພັນ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.