Header Ads

ປກສ ແຂວງບໍ່ແກ້ວຈັບພວກລັກຊັບພົນລະເມືອງ 4 ຄົນ




ໃນວັນທີ່ 6 ມີນາ 2018 ນີ້ ທາງເຈົ້າໜ້າທີ່ຂອງພວກເຮົາໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ 2 ຄົນ ຄື ທ້າວ ວັນໄຊ ແສງອ່ອນແກ້ວ ອາຍຸ 59 ປີ ແລະ ນາງ ທີ ທິລາວັນ ອາຍຸ 40 ປີ ອາຊີບພະນັກງານ ທັງສອງແມ່ນຢູ່ບ້ານ ໃຫຍ່ຫ້ວຍຊາຍເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຕາມການແຈ້ງຄວາມວ່າມີກຸ່ມຄົນບໍ່ດີໄດ້ມາງັດເຂົ້າເຮືອນຂອງຕົນເອງແລະໄດ້ລັກເອົາວັດຖຸມີຄ່າໄປລວມມູນຄ່າເສຍຫາຍຄື: ເງິນບາດໄທ 108,000 ບາດ, ເງິນກີບ 9000,000 ກີບ, ຄຳຈຳນວນ 10 ບາດ.






ດັ່ງນັ້ນ ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວກກາສະຖານທີ່ເກີດເຫດເຊິ່ງເຫັນວ່າມີມູນຄວາມຈິງແທ້ ຈາກນັ້ນເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ຂຶ້ນບັນຊີເປົ້າໝາຍແລະຕິດຕາມ, ຈົນມາຮອດວັນທີ່ 8 ມີນາ 2018 ຈຶ່ງໄດ້ກັກຕົວຜູ້ຕ້ອງສົງໄສໄດ້ 4 ຄົນ ຄື: ທ້າວ ເກົ້າທິມ ແຊ່ເຕິ້ນ ອາຂຸ 15 ປີ, ທ້າວ ຈິດຕະກອນ ລ້ອມວົງວິໄລ ອາຍຸ 17 ປີ , ທ້າວ ກົບທອງ ອາຍຸ 16 ປີ , ທ້າວ ຕອນກວາງ ອາຍຸ 16 ປີ ທັງໝົດແມ່ນຍັງເປັນນັກຮຽນ, ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ຜ່ານການສືບສວນ-ສອບສວນພວກກ່ຽວຍອມຮັບສາລະພາບວ່າ: ໄດ້ຮ່ວມກັນລົງມີລັກຊັບໃນຄັ້ງນີ້ແທ້ ປະຈຸບັນເຈົ້າໜ້າທີ່ກຳລັງດຳເນີນການສືບສວນຂະຫຍາຍຜົນພ້ອມທັງເກັບກຳທ້ອນໂຮມວັດຖຸສິ່ງຂອງຕ່າງໆທີ່ເປັນຂອງກາງຄະດີເພື່ອສະຫລຸບສຳນວນສົ່ງໃຫ້ໄອຍະການເພື່ອສັ່ງຟ້ອງຂຶ້ນສານແລະ ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.






ຂ່າວ: ຮຕ ລິນດາ ດວງປະເສີດ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.