Header Ads

ປກສ ນະຄອນຫຼວງວຽງຈັນ ຈັບແມ່ ແລະ ລູກຊາຍ ຄ້າຢາບ້າໄປດຳເນີນຄະດີ



ນາງ ຄໍາຜິວ ຫຼື ຜິວ ອາຍຸ 47 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຄ້າ ຂາຍຢາເສບຕິດ, ເຊິ່ງເປັນການກະທໍາ ຜິດທາງອາຍາ ແລະ ຮ້າຍແຮງກວ່ານັ້ນ ຜູ້ກ່ຽວຍັງໄດ້ນໍາພາລູກຊາຍມາເຄື່ອນ ໄຫວຄ້າຂາຍຢາບ້ານໍາອີກ. ຈາກການເຄື່ອນໄຫວບໍ່ຖືກຕ້ອງດັ່ງກ່າວນີ້, ມາຮອດວັນທີ 5 ພຶດສະພາ 2017 ເຈົ້າໜ້າ ທີ່ສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ກັກຕົວຜູ້ກ່ຽວ ພ້ອມກັບລູກຊາຍທັງສອງ ຊື່ທ້າວ ເພັດສະ ໝອນ ອາຍຸ 29 ປີ ແລະ ທ້າວ ສົມພູທອນ ອາ ຍຸ 26 ປີ ( ອ້າຍນ້ອງ ) ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ໄປດໍາເນີນຄະດີໃນຂໍ້ ຫາຄ້າຂາຍຢາເສບຕິດ ແລະ ປິດບັງການ ກະທໍາຜິດໃນວັນທີ 5 ພຶດສະພາ 2017.

ຜ່ານການດໍາເນີນຄະດີຂອງເຈົ້າໜ້າທີ່ຕຳຫຼວດ, ມາຮອດມາວັນທີ 28 ກຸມພາ 2018 ຄະນະສານອາຍາສານປະຊາ ຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ສົ່ງໝາຍຮຽກພວກກ່ຽວຂຶ້ນມາສານ ເພື່ອ ເປີດຫ້ອງປະຊຸມສານໄຕ່ສວນ ຄະດີແລ້ວ ລົງຄໍາຕັດສິນ ໂດຍອີງໃສ່ຄໍາສັ່ງສໍານວນ ຄະດີຂອງສານປະຊາຊົນນະຄອນຫຼວງວຽງຈັນ ສະບັບເລກທີ 85/ສປຊ, ລົງ ວັນທີ 5 ທັນວາ 2017, ສໍານວນຄະດີອາຍາເລກທີ 89/ອຍກ, ລົງວັນທີ 6 ທັນວາ 2017 ແລະ ຕາມ ສໍາເນົາຄະດີ ເລກ ທີ 954/ຂຕອ ລົງວັນທີ 23 ພະ ຈິກ 2017 ເພື່ອຕັດສິນຕາມກົດໝາຍ ອາຍາວ່າດ້ວຍການ ດໍາເນີນຄະດີອາຍາ ສະບັບປັບປຸງ 2012 ມາດຕາ 152.

ໃນທີ່ຫ້ອງປະຊຸມສານ, ກ່ອນຈະ ມີການຕັດສິນ ຄະນະສານອາຍາໄດ້ສະ ເໜີຊື່ຄະນະສານ, ຈາສານ ແລະ ໄອຍະ ການ ເພື່ອໃຫ້ຈໍາເລີຍທັງ 3 ຊາບ ໃຫ້ ຄວາມເປັນທໍາແກ່ພວກຈໍາເລີຍໃນກໍລະ ນີທີ່ຮູ້ວ່າບໍ່ມີຄວາມເປັນທໍາ ກໍສາມາດຄ້ານ ຕົວບຸກຄົນໃດຄົນໜຶ່ງກໍໃດ ຫຼື ທັງ ໝົດກໍໄດ້ໃນດໍລະນີທີ່ມີເຫດຜົນ ເພື່ອ ໃຫ້ຄວາມເປັນທໍາ. ແຕ່ພວກ ຈໍາເລີຍກໍ ເຫັນດີ ຈຶ່ງໄດ້ສະເໜີໃຫ້ໄອຍະການສະ ເໜີຂໍ້ກ່າວຫາເພື່ອໄຕ່ສວນຄະດີ. ຫຼັງ ຈາກນັ້ນ, ຄະນະສານອາຍາໄດ້ໄຕ່ສ່ວນ ນາງ ຄໍາຜິວ ( ຈໍາເລີຍ 1 ) ກໍຮັບສາລະ ພາບວ່າ: ຕົນໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ເດືອນພະຈິກ 2016. ຜ່ານມາເຄີຍຊື້ຢາບ້າມາຂາຍຈໍານວນ ຫຼາຍຄັ້ງ ໂດຍຊື້ຢາບ້ານໍາ ທ້າວ ພຸດ ຢູ່ ບ້ານທາດຫຼວງກາງ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ; ຄັ້ງລະ 1 ຖົງ ເທົ່າກັບ 200 ເມັດ. ແຕ່ລະຄັ້ງແມ່ນນັດຊື້-ຂາຍກັນຢູ່ທາງຮ່ອມເຂດ ບ້ານ ຮ່ອງສຸພາບ. ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາແບ່ງໃຫ້ ທ້າວ ເພັດສະໝອນ ຈໍາເລີຍ 2 (ລູກຊາຍ) ຄັ້ງລະ 30-50 ເມັດ. ສ່ວນ ທ້າວ ສົມພູທອນ ຈໍາເລີຍ 3 (ລູກຊາຍ) ແມ່ນບໍ່ໄດ້ຄ້າຂາຍພຽງແຕ່ ຮັບຮູ້ ແລະ ໄດ້ເງິນຈໍາ ນວນໜຶ່ງຈາກແມ່ ໄປໃຊ້ຈ່າຍ.

ທ້າວ ເພັດສະໝອນ ( ຈໍາເລີຍ 2 ) ສາລະພາບວ່າ: ເລີ່ມເສບຢາບ້າມາແຕ່ປີ 2015 ເປັນຕົ້ນມາ, ເສບມື້ລະ 1-2 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວລຸ້ນ ມົ້ວສຸມຢາເສບຕິດພາຍໃນບ້ານ. ມາປີ 2016 ຈໍາເລີຍກໍເລີ່ມຮັບເອົາ ຢາບ້າຈາກ ນາງ ຄໍາຜິວ ຈໍາເລີຍ 1 ( ຜູ້ເປັນແມ່ ) ຄັ້ງ ລະ 30-50 ເມັດ ພາຍຫຼັງໄດ້ຢາບ້າມາ ແລ້ວ ກໍນໍາມາ ຂາຍໃຫ້ກັບໄວລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ ແລະ ບ້ານໃກ້ຄຽງ. ມາວັນທີ 5 ພຶດສະພາ 2017 ກໍຖືກເຈົ້າ ໜ້າທີ່ຕຳຫຼວດຈັບຕົວ. ນອກຈາກ ນີ້, ທ້າວ ເພັດສະໝອນ ( ຈໍາເລີຍ 2 ) ຍັງສາລະພາບອີກວ່າ: ຜ່ານມາ ເຄີຍຖືກ ຜູ້ປົກຄອງສົ່ງເຂົ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບບຕິດມາແລ້ວ 1 ຄັ້ງ.

ທ້າວ ສົມພູນທອນ (ຈໍາເລີຍ 3) ສາລະພາບວ່າ: ໃນໄລຍະເດືອນກໍລະກົດ 2015 ຈໍາເລີຍ ໄດ້ອອກຈາກບ້ານຮ່ອງ ສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄປຢູ່ນໍານາງ ສຸກວິໄລ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແຕ່ຍັງບໍ່ທັນໄດ້ຍົກຍ້າຍສໍາມະໂນຄົວເທື່ອ ແລະ ໄດ້ທ່ຽວມາຫາແມ່ຢູ່ເຮືອນອາທິດລະຄັ້ງ ແລະ ຮູ້ວ່າ ນາງ ຄໍາຜິວ ( ຈໍາເລີຍ 1) ແລະ ທ້າວ ເພັດສະໝອນ (ຈໍາເລີຍ 2) ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ແຕ່ຕົນ ບໍ່ໄດ້ໄປແຈ້ງຕໍ່ເຈົ້າໜ້າທີ່ ຫຼື ການຈັດຕັ້ງບ້ານ.

ຜ່ານການໄຕສວນເຫັນວ່າ: ພວກຈໍາເລີຍທັງ 3 ໄດ້ສະແດງຄວາມຈິງໃຈ ຍ້ອມຮັບຜິດ ແລະ ມີຄວາມກິນແໜງ ແຄງໃຈທີ່ໄດ້ຫຼົງຜິດ ເຊິ່ງສະແດງອອກ ໃນການຍ້ອມຮັບສາລະພາບ ໂດຍບໍ່ມີ ການປິດບັງ. ດັ່ງນັ້ນ, ກ່ອນການ ຕັດສິນ ຄະນະສານໄດ້ມີການສຶກສາອົບຮົມໄປ ພ້ອມໃນການຍົກເອົາຄວາມຮ້າຍຂອງຢາເສບຕິດ ແລະ ມາດ ຕະການຂອງ ການວາງໂທດທາງອາຍາຄື: ກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ຂອງ ກົດໝາຍອາຍາ ມາດຕາ 2 ຂໍ້ 2 ໂດຍ ໄດ້ລະບຸວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນ ກວ່າສູນຈຸດສາມ ( 0,3 ) ກຼາມ ຫາ ໜຶ່ງຮ້ອຍ ( 100 ) ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 10. 000.000 ກີບ ຫາ 50.000.000 ກີບ.

ຜ່ານການໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນ ແລະ ບວກກັບການຊັກຖາມໃນຫ້ອງປະຊຸມ ສານ ແລ້ວ ເຫັນວ່າພໍທີ່ຈະລົງໂທດ. ດັ່ງນັ້ນ, ຈຶ່ງໄດ້ວິນິດໄສວ່າ: ນາງ ຄໍາຜິວ ( ຈໍາເລີຍ 1 ), ທ້າວ ເພັດສະໝອນ ( ຈໍາ ເລີຍ 2 ) ແລະ ທ້າວ ສົມພູນທອນ ( ຈໍາເລີຍ 3 ) ໄດ້ກະທໍາຜິດຕາມກົດ ໝາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ມາດຕາ 2 ຂໍ້ 2 ຄື: ຕັດອິດສະລະພາບ: ນາງ ຄໍາຜິວ ( ຈໍາເລີຍ 1 ) 5 ປີກັບ 9 ເດືອນ ປັບ ໃໝ່ 10.100.000 ກີບ, ຕັດສິນ ທ້າວ ເພັດສະໝອນ ( ຈໍາເລີຍ 2 ) 5 ປີ ປັບໃໝ 10.000.000 ກີບ ແລະ ທ້າວ ສົມພູນທອນ ( ຈໍາເລີຍ 3 ) 1 ປີ, ແຕ່ເຫັນວ່າເປັນຜູ້ທີ່ປິດບັງການກະທໍາ ຜິດ ແລະ ເປັນການກະທໍາຜິດຄັ້ງໜຶ່ງຄັ້ງ ດຽວ ຈຶ່ງລົງໂທດຕົວຈິງ 4 ເດືອນ ປັບ ໃໝ 10.000.000 ກີບ ສ່ວນໂທດທີ່ເຫຼືອແມ່ນພາກໄວ້.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.