Header Ads

ພົບສົບຜູ້ເສຍຊີວິດເຂດປ່າບ້ານໂພນສີມ 1ລາຍ ເມືອງໄກສອນພັມວິຫານ ແຂວງ ສະຫວັນນະເຂດ



ແຂວງ ສະຫວັນນະເຂດ  : ອີງຕາມກາານລາຍງານຂອງອາສາສະຫມັກກູ້ໄພສະຫວັນນະເຂດ ວ່າ:  ວັນທີ 07/03/2018 ເວລາປະມານ10:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ພົບສົບຜູ້ເສຍຊີວິດ ທີ່ເຂດປ່າບ້ານໂພນສີມ ເມືອງໄກສອນພັມວິຫານ ແຂວງ ສະຫວັນນະເຂດ






ເມື່ອທາງທີມງານເຖິງຈຸດຮັບແຈ້ງເຫດ ທາງອາສາສະຫມັກກູ້ໄພສະຫວັນນະເຂດ, ໜ່ວຍຕຳຫລວດກອງພິສູດຫລັກຖານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ພາກັນເຂົ້າໄປໃນຈຸດທີ່ປະຊາຊົນເຫັນສົບຜູ້ເສຍຊີວິດ ຫ່າງຈາກທາງປະມານ 4 ກິໂລແມັດ ສະພາບເສັ້ນທາງເປັນປ່າຕືບຫນາ ແລະການເຂົ້າໄປຫາຈຸດສົບຜູ້ເສຍຊີດແມ່ນໃຊ້ເວລາພໍສົມຄວນ




ເມື່ອເຖິງຈຸດພົບສົບຜູ້ເສຍຊີວິດ ອີງສັນນິຖານພົບເຫັນເບື່ອງຕົ້ນ ແມ່ນ ເປັນເພດຊາຍ ອາຍຸປະມານ60ກວ່າປີ ເປືອຍການ ໂສ້ງເສື້ອແມ່ນຢູ່ໃນຈຸດເກີດເຫດ ແລະ ຫມວກຫ່າງຈາກຈຸດເຫດສົບແມ່ນ10ແມັດ ຜູ້ກ່ຽວແມ່ນເປັນປະຊາຊົນບ້ານ ໂພນສະຫວັນ ເມືອງໄກສອນ ແຂວງສະຫວັນນະເຂດ ໄດ້ຫາຍຕົວອອກຈາກບ້ານເປັນເວລາ 15ມື້ ຈົນມາພົບສົບ






ສ່ວນສຳເນົາຄະດີ ແມ່ນທາງເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ສືບສວນຕໍ່ໄປ ເຖິງສາເຫດການຕາຍ ສ່ວນສົບຜູ້ເສຍຊີວິດ ແມ່ນທາງທີມງານໄດ້ນຳອອກມາຈາກປ່າ ແລ້ວນຳສົ່ງວັດດົງອີໂຊ ເມືອງໄກສອນ ແຂວງສະຫວັນນະເຂດ ເພື່ອໃຫ້ຍາດຕິພີ່ນ້ອງ ທຳພິທີທາງສາດສະຫນາຕໍ່ໄປ.








ອຸປະຕິເຫດ, ເຈັບປ່ວຍສຸກເສີນແຈ້ງເຫດໂທ
020 2828-5454
020 9898-5454 ຕະຫຼອດ 24 ຊົ່ວໂມງ
ທີ່ມາ: ໜ່ວຍກູ້ຊີບ - ກູ້ໄພ ສະຫວັນນະເຂດ

No comments

Powered by Blogger.