Header Ads

ມອບລົດຈັກທີ່ຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ



ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ (ນວ) ໄດ້ມອບລົດຈັກ HONDA ZOOMER-X ສີຂາວດໍາ ທີ່ຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ໃນວັນທີ 6 ມີນາ 2017 ກ່າວມອບໂດຍ ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ແລະ ຮັບໂດຍເຈົ້າຂອງລົດຊື່ ນາງ ດວງພອນ ດວງພະຈັນ ປະຊາຊົນບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.



ພັຕ ຄໍາພູ ສົມແພງພັນ ຮອງຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ໃນວັນທີ 25 ທັນວາ 2017, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະຈໍາຢູ່ຄິວລົດເມສາຍໃຕ້ໄດ້ພົບເຫັນລົດຈັກ HONDA ZOOMER-X ສີເຫຼືອງ ໝາຍເລກທະບຽນ ຍສ 8889 ຈອດໄວ້ຢູ່ຕໍ່ໜ້າທາງເຂົ້າຄິວລົດສາຍໃຕ້, ເຈົ້າໜ້າທີ່ຈຶ່ງໄດ້ລ໋ອກລໍ້ໄວ້; ຫຼັງຈາກນັ້ນ, ຈຶ່ງໄດ້ນໍາລົດດັ່ງກ່າວມາເກັບໄວ້ຢູ່ພະແນກ, ມາໃນວັນທີ 20 ກຸມພາ 2018 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງເອົາເລກຈັກ, ເລກຖັງໄປກວດຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ; ຜ່ານການກວດກາຈຶ່ງຮູ້ວ່າລົດຄັນດັ່ງກ່າວແມ່ນເປັນສີຂາວດໍາ ໝາຍເລກທະບຽນ ຕທ 5553 ອອກຊື່ນາງ ດວງພອນ ດວງພະຈັນ ປະຊາຊົນບ້ານສະພານທອງເໜືອ ເມືອງສີສັດຕະນາກ; ຫຼັງຈາກນັ້ນ, ກໍໄດ້ປະສານເຈົ້າຂອງລົດມາໃຫ້ການຕໍ່ເຈົ້າໜ້າທີ່ ຈຶ່ງຮູ້ວ່າລົດຄັນດັ່ງກ່າວ ຖືກຄົນຮ້າຍລັກເອົາລົດຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ໃນແຕ່ວັນທີ 29 ພຶດສະພາ 2017 ທີ່ຜ່ານມາ.



ໂອກາດດຽວກັນ, ພັຕ ສັງຄົມ ພົມມະລາດ ກໍໄດ້ຮຽກຮ້ອງມາຍັງເຈົ້າຂອງລົດ ແລະ ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາຍານພາຫະນະຂອງຕົນໃຫ້ດີເວລາຈອດລົດ ກໍຕ້ອງມີສະຕິໃນການຮັກສາ ໂດຍປົດກະແຈອອກ, ລ໋ອກຄໍ ຫຼື ໃສ່ໂສ້ລ໋ອກໄວ້ ເພື່ອບໍ່ເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາລົດໄດ້ຢ່າງງາຍດາຍ. ຖ້າວ່າບັນດາທ່ານຮັກສາເຄື່ອງຂອງຍານພາຫະນະໃຫ້ດີເຊື່ອວ່າ ບັນຫາລົດຈັກເສຍກໍຈະຫຼຸດໜ້ອຍຖອຍລົງໄດ້ຢ່າງແນ່ນອນ.

ຂໍ້ມູນ:  ນສພ ຄວາມສະຫງົບ 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.