Header Ads

ເຈົ້າໜ້າທີ່ ປກສ ຈັບໄວລຸ້ນ4ຄົນ ຮ່ວມກັນພະຍາຍາມຂ້າແລະປຸ້ນເອົາຊັບ




ປັດຈຸບັນ, ເຫັນວ່າມີກຸ່ມໄວລຸ້ນໄວຄະນອງຈໍານວນໜຶ່ງ ຕັ້ງເປັນກຸ່ມແກ້ງອາລະວາດຕີກັນ ຈົນເຮັດໃຫ້ມີການບາດ ເຈັບ, ເສຍອົງຄະ ແລະ ເສຍຊີວິດ; ເຊິ່ງສະແດງອອກໃນວັນທີ 28 ກຸມ ພາ 2018, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ເຂົ້າກັກຕົວ ທ້າວ ຕາວັນ ຫຼື ປູ ອາຍຸ 16 ປີ ຢູ່ ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ກໍ່ເຫດຮ່ວມກັບໝູ່ຊື່ ທ້າວ ທອງຈັນ ຫຼື ຫຼົງ ອາຍຸ 17 ປີ ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ, ທ້າວ ດີໂດ້ ອາຍຸ 17 ປີ ຢູ່ບ້ານນາພອກ ເມືອງໄຊທານີ ແລະ ທ້າວ ພອນແພ ອາຍຸ 14 ປີ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ທີ່ຮ່ວມກັນພະຍາຍາມຄາດຕະກໍາ ແລະ ປຸ້ນຊັບຂອງພົນລະເມືອງ, ເພື່ອນ ແລະ ເອົາຊັບໜີໄປ. 



ຜ່ານການສອບສວນພວກກ່ຽວສາລະພາບວ່າ: ໃນວັນທີ 20 ມີນາ 2018, ພວກກ່ຽວທັງ 5 ລວມມີທ້າວ ຕາວັນ, ທ້າວ ທອງຈັນ, ທ້າວ ດີໂດ້, ທ້າວ ພອນແພ ແລະ ທ້າວ ສອນໄຊ ຫຼື ເກີ່ ອາຍຸ 16 ປີ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ຜູ້ຖືກເສຍຫາຍ) ໄປດື່ມເບຍຢູ່ຫ້ອງເຊົ່າຂອງ ທ້າວ ດີໂດ້ ຢູ່ບ້ານສີໄຄ ທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໝົດເບຍ 1 ລັງ ໃນເວລານັ່ງດື່ມເບຍໄປນັ້ນ ທ້າວ ສອນໄຊ ໄດ້ມີ ການຜິດຖຽງກັນກັບ ທ້າວ ຕາວັນ ແລະ ທ້າວ ພອນແພ ຍ້ອນການເວົ້າເຢີ້ຍກັນໄປ-ມາ ເຮັດໃຫ້ພວກກ່ຽວທັງ ສອງຄຽດແຮງ ຈຶ່ງໄດ້ຊັກຊວນທ້າວ ທອງຈັນ ແລະ ທ້າວ ດີໂດ້ ວາງ ແຜນຄາດຕະກໍາ ທ້າວ ສອນໄຊ ຄື: ມາເວລາ ປະມານ 21:30 ໂມງ ໄດ້ຕົກລົງກັນວ່າໃຫ້ທ້າວ ດີໂດ້ ແລະ ທ້າວ ທອງຈັນ ໄປຫາທ້າວ ສອນໄຊ ເພື່ອຊວນໄປຫຼິ້ນ ຢູ່ສວນເຈົ້າອານຸວົງ. ສ່ວນທ້າວ ຕາວັນ ແລະ ທ້າວ ພອນແພ ໄດ້ພາກັນໄປຊອກບ່ອນທີ່ຈະລົງມືຄາດຕະກໍາ ໂດຍ ຂີ່ລົດມາທາງ 450 ປີ ເຫັນວ່າເໝາະສົມທີ່ຈະລົງມື ຈຶ່ງໄດ້ໂທຫາທ້າວ ທອງຈັນ ແລະ ທ້າວ ດີໂດ້ ໃຫ້ຕົວະທ້າວ ສອນໄຊ (ຜູ້ເສຍຫາຍ) ໄປແຂ່ງລົດກັນຢູ່ທາງ 450 ປີ.

ຈາກນັ້ນ, ທ້າວ ທອງຈັນ ກໍຊວນທ້າວ ສອນໄຊ ຕາມແຜນ ແລະ ຊ້ອນລົດຈັກມາ. ພໍຂີ່ໄປຮອດທາງ 450 ປີ ໄດ້ເຫັນພວກຈຸ ທ້າວ ຕາວັນ ແລະ ທ້າວ ພອນແພ ຢຸດລົດຖ້າຢູ່ແຄມທາງ ທ້າວ ທອງຈັນ ຈຶ່ງໄດ້ບອກໃຫ້ຈອດລົງ. ພໍໄປຮອດ ທ້າວ ຕາວັນ ໄດ້ໃຊ້ໄມ້ 4 ລ່ຽມຍາວ 40 ຊັງຕີແມັດ ທີ່ທ້າວ ພອນແພ ກຽມມາຕີ ໃສ່ ທ້າວ ສອນໄຊ ຫຼາຍບາດ. ຈາກນັ້ນ, ທ້າວ ທອງຈັນ ໄດ້ໄປຈັບເອົາໄມ້ກົກຈໍາປາ ໄປຕີຊໍາອີກຫຼາຍບາດ, ສ່ວນທ້າວ ພອນແພ ແລະ ທ້າວ ດີໂດ້ ໃສ່ກໍາປັນຕີ 34 ບາດ ເຮັດໃຫ້ ທ້າວ ສອນໄຊ ໝົດສະຕິລົມລົງ ຈຶ່ງພາກັນຂີ່ລົດໜີ ໄປໄດ້ປະມານ 5 ນາທີ ຈຶ່ງພາກັນຂີ່ລົດກັບມາ ເພື່ອຈະເອົາສົບ ທ້າວ ສອນໄຊ ໄປຖິ້ມ; ແຕ່ໃນເວລາກັບມານັ້ນ, ໄດ້ເຫັນ ທ້າວ ສອນໄຊ ຍັງມີ ສະຕິຢູ່ ຈຶ່ງໄດ້ພາກັນຕີຊໍາອີກຫຼາຍບາດ ເຮັດໃຫ້ ທ້າວ ສອນໄຊ ໝົດສະຕິອີກ ຈຶ່ງໄດ້ແກ້ເຄື່ອງ ນຸ່ງອອກ ແລະ ກໍລາກ ທ້າວ ສອນໄຊ ໄປປະໄວ້ທົ່ງນາ. ຫຼັງຈາກນັ້ນ, ທ້າວ ຕາວັນ ກໍຂັບລົດຈັກທ້າວ ສອນໄຊ ໜີ, ເພື່ອຈະນໍາໄປຂາຍ ແລ້ວ ເອົາເງິນມາປັນກັນ.

ມາຮອດເວລາປະມານ 3:00 ໂມງກາງຄືນ ທ້າວ ສອນໄຊ ຮູ້ເມື່ອມາຈຶ່ງໄດ້ຍ່າງໄປຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າ ທີ່ຈະລາຈອນຢູ່ປ້ອມໄຟແດງນາຄວາຍ ແລະ ນໍາສົ່ງໂຮງໝໍໃນເວລາຕໍ່ມາ. ຈາກນັ້ນ, ວັນຕໍ່ມາຜູ້ປົກຄອງໄດ້ເຂົ້າ ແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນໍາກັກຕົວທ້າວ ຕາວັນ, ທ້າວ ທອງຈັນ, ທ້າວ ດີໂດ້ ແລະ ທ້າວ ພອນແພ ມາດໍາເນີນຄະດີ.

ນອກນັ້ນ, ພວກກ່ຽວທັງ 5 ຄົນ ຍັງສາລະພາບອີກວ່າ: ຜ່ານມາໄດ້ເສບຢາບ້າຮ່ວມກັນຫຼາຍຄັ້ງ, ເຊິ່ງໃນແຕ່ລະຄັ້ງ ແມ່ນໄດ້ອອກເງິນກັນໄປຊື້ຢາບ້ານໍາໄວລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ຍັງດໍາ ເນີນຄະດີ ເພື່ອສອບສວນຂະຫຍາຍຜົນໃນການສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການຂັ້ນຕໍ່ໄປ ເພື່ອສົ່ງຟ້ອງຂຶ້ນສານ  ຕັດສິນຕາມກົດໝາຍ.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.