Header Ads

ລົດນໍ້າກ້ອນ ຢຽບເດັກນ້ອຍ 4 ປີ ເສຍຊິວິດຄາທີ່ 1 ຄົນ ບ້ານໜອງໜ້ຽວເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ




ອີງຕາມການລາຍງານຂອງໜ່ວຍກູ້ໄພ ວ່າ : ໃນເວລາປະມານ11:54 ນາທີຂອງວັນທີ 30 ມີນາ2018 ໄດ້ຮັບແຈ້ງເຂົ້າເບີສຸກເສີນ1624ວ່າມີລົດໃຫ່ຍຕຳ ເດັກນ້ອຍ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພນະຄອນຫຼວງ 1624 ຈຶ່ງອອກກວດສອບເຫດພົບເຫັນ ເດັກນ້ອຍນອນເສຍຊິວິດ ສະພາບຖືກຢຽບຫົວ  ແລະ ອະໄວຍະວະກະຈາຍ (ເປັນເພດຊາຍ ) ຈຶ່ງເຮັດໃຫ້ເສຍຊິວິດຄາທີ່ ທີ່ເກີດເຫດທັນທີ.






ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະສານຫາເຈົ້າໜ້າທີ່ຕຳຫຼວດເພື່ອເກັບກຳຂໍ້ມູນ ແລະ ປະສານຫາພີ່ນ້ອງເພື່ອເຮັດດິທີທາງສາດສະໜາ.

ພາບ ແລະ ຂ່າວ: ໜ່ວຍກູ້ໄພນະຄອນຫລວງ1624 

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.