Header Ads

ປກສ ແຂວງບໍ່ແກ້ວຈັບໂຈນ ຂີ້ລັກພ້ອມກາງມູນຄ່າ 2 ແສນກວ່າໂດລາ




ໃນວັນທີ່ 8 ມີນາ 2018 ນີ້ ທາງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວໄດ້ຮັບແຈ້ງຄວາມຈາກຜູ້ຕາງໜ້າບໍລິສັດເຄື່ອນໄຟຟ້ານໍ້າທາ 1 ເຂດເມືອງຜາອຸດົມວ່າ: 




ໄດ້ມີກຸ່ມຄົນບໍ່ດີເຂົ້າໄປງັດສາງເຄື່ອງແລ້ວລັກເອົາວັດຖຸມີຄ່າໄປ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງໄປກວດກາສະຖານທີ່ເກີດເຫດຈຶ່ງໄດ້ຮູ້ວ່າມີຜົນເສຍຫາຍຄື: ຟິວທີ່ຜະລິດກະແສໄຟຟ້າປະເພດທອງແດງມີມູນຄ່າປະມານ 200,000 ກວ່າໂດລາ, ຫລັງຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ດຳເນີນການສືບສວນ-ສອບສວນພ້ອມທັງເກັບກຳຂໍ້ມູນຫລັກຖານຕ່າງໆ ແລະ ສາມາດກັກຕົວຜູ້ກະທຳຜິດໄດ້ 2 ຄົນຄື: ທ້າວທອງໄມ ພົມມະນີວົງ ອາຍຸ 27 ປີ ຢູ່ບ້ານ ເຄິງ, ເມືອງພູກູດ ແຂວງຊຽງຂວາງ ແລະ ທ້າວ ເພັດ ສຸລິວົງ ອາຍຸ 35 ປີ ຢູ່ບ້ານ ພູ ເມືອງໜອງແຮດ ແຂວງຊຽງຂວາງ ທັງ 2 ແມ່ນເປັນກຳມະກອນຢູ່ເຄື່ອນໄຟຟ້ານ້ຳທາ 1 , ຜ່ານການສືບສວນ-ສອບສວນພວກກ່ຽວທັງ 2 ຍອມຮັບສາລະພາບວ່າ: ໄດ້ເຂົ້າຮ່ວມໃນການລັກຊັບຄັ້ງນີ້ແທ້ ໂດຍແມ່ນທ້າວ ທອງວັນ ອາຍຸປະມານ 37 ປີ ແລະ ທ້າວ ລ້ຽງ ອາຍຸປະມານ 22 ປີ ທັງ 2 ຄົນແມ່ນບໍ່ຮູ້ທີ່ຢູ່ແນ່ນອນ ປະຈຸບັນພວກກ່ຽວໄດ້ເອົາຕົວລົບໜີ ເຊິ່ງທາງເຈົ້າໜ້າທີ່ຂອງພວກເຮົາກຳລັງດຳເນີນການສືບສວນ-ສອບສວນເພື່ອນຳຕົວກຸ້ມແກ້ງລັກຊັບໃນຄັ້ງຄັ້ງນີ້ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.


ຂ່າວ: ຮຕ ລິນດາ ດວງປະເສີດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.