Header Ads

ນາຍົກ ເຂົ້າຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 6 ວ່າດ້ວຍການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນໍ້າຂອງ​





ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະເຂົ້າພົບປະທານປະເທດແຫ່ງ ສສຫວຽດນາມ ເນື່ອງໃນວາລະເຂົ້າຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 6 ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນໍ້າຂອງ​ ຫຼື Greater Mekong Sub-Region (GMS ) ລະຫວ່າງວັນທີ  30-31 ມີນາ 2018 ທີ່ນະຄອນຫຼວງຮາໂນຍ ສສ ຫວຽດນາມ.


ສໍາລັບກອງປະຊຸມດັ່ງກ່າວປະກອບມີຜູ້​ນຳ​ຂອງ​ ສປ ຈີນ, ກຳ​ປູ​ເຈຍ, ສປປລາວ, ມຽນ​ມາ, ໄທ ແລະ​ ສສ ຫວຽດ​ນາມ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ, ທະ​ນາ​ຄານ​ໂລກ, ທະ​ນາ​ຄາ​ນ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ແລະ ​ອົງ​ການ​ອື່ນໆ ເຂົ້າ​ຮ່ວມກອງ​ປະ​ຊຸມ​.  ກອງ​ປະ​ຊຸມ​ໃນຄັ້ງ​ນີ້​​ເນັ້ນຫົວ​ຂໍ້​ວ່າ "ເສີ​ມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ 25 ປີ, ສ້າງ GMS ທີ່​ຍືນ​ຍົງ, ເປັນ​ເອ​ກະ​ພົບ​ດຽວ ແລະ​ ຈະ​ເລີ່ມ​ຮຸ່ງ​ເຮືອງ", ໂດຍ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ, ກອງ​ປະ​ຊຸມ​ຄົບ​ຄະ​ນະ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ, ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ​ ກິດ​ຈະ​ກຳ​ອື່ນໆ, ຄາດ​ວ່າ ຈະ​ຮັບ​ຮອງ​ເອ​ກະ​ສານ​ຕ່າງໆ ເຊັ່ນ: "ແຜນ​ການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ 2018 - 2022" ແລະ "ຂອບ​ການ​ລົງ​ທຶນ​ພາກ​ພື້ນ 2022 “.

ທີ່ມາ: ສຸລິອຸງດົງ ສູນດາລາ 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.