Header Ads

ສະຫະພັນແມ່ຍິງແຂວງບໍ່ແກ້ວສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 108 ປີ




ເພື່ອເປັນການສ້າງຂະບວນການຟົດນຝືນ ວັນແມ່ຍິງສາກົນ ໃນຕອນເຊົ້າຂອງວັນທີ 7 ມີນາ 2018 ນີ້ ແຂວງບໍ່້ແກ້ວໄດ້ຫວນຄືນຍການເຫຼົ່າມືນປະວັດສາດວັນແມ່ຍິ່ງສາກົນ ຄົບຮອບ 108 ປີ ( ວັນ 8 ມີນາ 1910 - 8 ມີນາ 2018 ) ໂດຍການເຂົ້າຮ່ວມ ຂອງທ່ານ ປອ ຄໍາພັນເຜີຍ ຍະວົງ ການມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ນາງ ສົມແປງ ໃຈຍະສັກ ການມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີບັນດາການນຳແຂວງ, ເມືອງ, ຕະຫຼອດຮອດສະມາຊິກສະຫະຫະພັນແມ່ຍິງອ້ອມຂ້າງແຂວງ,ເມືອງ ເຂົ້າຮ່ວມ. 



ທ່ານ ນາງ ສົມແປງໃຈຍະສັກ ຄະນະບໍລິຫານງານສະຫະພັນແມ່ນຍິງແຂວງໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາເອື້ອຍນ້ອງແມ່ຍິງ ໄດ້ຢຶດໝັ້ນແນວທາງການປ່ຽນໃໝ່ຂອງພັກ, ຖືເອົາວຽກງານການເມືອງ ແນວຄິດເປັນວຽກທີ່ສຳຄັນອັນດັບໜຶ່ງແມ່ນໄດ້ຖືເອົາວັນທີ 8 ມີນາວັນ 1910 ແມ່ນເຫດການ - ການເມືອງທີ່ສຳຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ ທວງເອົາສິດຜົນປະໂຫຍດ ອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກ, ເປັນການລະນຶກເຖິງ ການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ, ປະຊາທິປະໄຕຄື ກັນກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄຳຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບົບປ້ອງກັນ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາ ສັນຕິພາບໂລກ”.




 ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ ແລະ ມາຮອດປີນີ້ ກໍຄົບຮອບ 108 ປີ, ພາຍໃຕ້ຄຳຂວັນ ທີ່ວ່າ: “ເຖິງເວລາແລ້ວທີ່ທຸກຄົນ ຮ່ວມມືກັນປັບປຸງຊີວິດການເປັນຢູ່ ຂອງແມ່ຍິງໃນຕົວເມືອງ ແລະ ຊົນນະບົດ ໄດ້ຮັບຮູ້ ແລະ ເຂົ້າໃຈໃນການ ເຜີຍແຜ່, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ເປັນຕົ້ນ ແມ່ນສີໄມ້ລາຍມື, ການນຸ່ງຖື, ການເຄົາລົບຮີດ ຄອງປະເພນີ, ການປະຢັດມັດທະຍັດ, ຮູ້ພັດທະນາຕົນເອງ, ຄອບຄົວ ແລະ ການຈັດຕັ້ງ ໄປຕາມຍຸກສະໄໝ ແນໃສ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ຂອງແມ່ຍິງ ແລະ ສັງຄົມ ເພື່ອເຮັດໃຫ້ແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສີນທຳປະຕິວັດ, ສາມາດເຮັດລ້ອນໜ້າ ທີ່ທີພັກ-ລັດມອບໝາຍໃຫ້, ສູ້ຊົນຫັນປ່ຽນເສດຖະກິດ ກຸ້ມຕົນເອງ, ເພື່ອຫລຸດຜ່ອນ ອອກຈາກຄວາມທຸກຍາກ ຕາມເນື້ອໃນ ຂໍ້ແຂ່ງຂັນ 3 ດີ ແລະ ປະຕິບັດສິດ ສະເໝີພາບຍິງ-ຊາຍ ໃນຄອບຄົວ ກໍຄື ສັງຄົມ ໃຫ້ໄດ້ຮັບຜົນເປັນຈິງເທືອລະກ້າວ.



ພາບ ແລະ ຂ່າວ: ມີເດຍລາວ
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.