Header Ads

ສານຂັ້ນຕົ້ນແຂວງອດົມໄຊ ຕັດສິນຄະດີຄ້າ-ຂາຍຢາເສບຕິ ແລະ ມີຢາເສບຕິດໄວ້ໃນຄອບຄອງຈຳນວນ 3 ຄົນ




ອາທິດຜ່ານມານີ້ຢູ່ທີກອງປະຊຸມສານຂັ້ນຕົ້ນແຂວງອດົມໄຊ ໄດ້ນຳສຳນວນສະຫຼຸບຄະດີສັ່ງຟ້ອງຂອງໄອຍະການປະຊາຊົນ ບວກຄຳໃຫ້ການຂອງຜູ້ຖືກຫາຂື້ນມາໄຕ່ຕ່ອງ ພິຈາລະນາ ແລະ ຕັດສິນມີຜູ້ຖືກຫາຈຳນວນ 3 ຄົນຄົນຄື: ນາງ ຈາມີ ອາຍຸ 37 ປີ ປະຊາຊົນ,ບ້ານຫຼັກ 22 ;ຖືກກັກຕົວ 9 ກຸມພາ 2017,ທ້າວ ຈັນແພງ ອາຍຸ 21 ປີ ປະຊາຊົນ,ຢູ່ບ້ານແສນສີ ເມືອງແບ່ງ,ຖືກກັກຕົວ 18 ກໍລະກົດ 2017 ແລະ ນ. ດີມົວ ອາຍຸ 46 ປີ ປະຊາຊົນ,ຢູ່ບ້ານປາງທອງ ເມືອງນາໝໍ້ ແຂວງອຸດົມໄຊ,ທັງສາມຄົນຖືກກັກຕົວໃນຂໍ້ຫາຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ.



ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຕັດສິນ ນາງ ຈາມີ (ຈຳເລີຍ)ຕັດອິດສະລະພາບຈຳຄຸກ 5 ປີ,ປັບໃໝ 10.000.000 ກີບໃນສະຖານຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າຈຳນວນ 195 ເມັດ,ນໍ້າໜັກ 18,9 ກຣາມ,ຕັດສິນ ທ້າວ ຈັນແພງ (ຈຳເລີຍ)ຖືກຕັດອິດສະລະພາບຈຳຄຸກ 10 ປີ,ປັບໃໝ 100.000.000 ກີບໃນສະຖານຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າຈຳນວນ 2.047 ເມັດ,ນໍ້າໜັກ 188,6 ກຣາມ ແລະ ນ. ດີມົວ (ຈຳເລີຍ)




ຖືກສານຕັດອິດສະລະພາບຈຳຄຸກ 12 ປີ,ປັບໃໝ 101.000.000 ກີບສະຖານຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າຈຳນວນ 1.752 ເມັດ,ນໍ້າໜັກ 164,1 ກຣາມ ແລະ ຢາຝິ່ນຈຳນວນ 1 ຫໍ່,ນໍ້າໜັກ 151,83 ກຣາມ,ຮີບລົດຈັກຈຳນວນ 01 ຄັນ,ໂທລະສັບ 02 ເຄື່ອງ, ເງິນກີບຈຳນວນ 1.645.000 ກີບມາເປັນຂອງລັດ ແລະ ຮິບຢາເສບຕິດປະເພດຢາບ້າຈຳນວນ 195 ເມັດ,ນໍ້າໜັກ 18,9 ກຣາມ ຂອງນາງ ຈາມີ,ຢາບ້າຈຳນວນ 2.047 ເມັດ, ຢາບ້າຈຳນວນ 2.047 ເມັດ,ນໍ້າໜັກ 188,6 ກຣາມຂອງທ້າວ ຈັນແພງ ແລະ ຢາບ້າຈຳນວນ 1.752 ເມັດ,ນໍ້າໜັກ 164,1 ກຣາມ ,ຢາຝິ່ນຈຳນວນ 1 ຫໍ່,ນໍ້າໜັກ 151,83 ກຣາມ ຂອງນາງ ດີມົວ (ຈຳເລີຍ)ມາທຳລາຍຖີ້ມ.

ພາບ-ຂ່າວ: ພຸດມະນີ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.