Header Ads

ລູກທໍລະພີເມົາຢາບ້າ ຈູດເຮືອນໂຕເອງ ແລະ ເຮືອນຊາວບ້ານຈົນວອດວາຍ 3 ຫຼັງ ທີ່ເມືອງວຽງທອງ ແຂວງບໍລິຄຳໄຊ



ແຂວງບໍລິຄຳໄຊ  : ອີງຕາມການລາຍງານຈາກປະຊາຊົນໃຫ້ຮູ້ວ່າໃນຕອນບ່າຍຂອງວັນທີ 26 ມີນາ 2018 ໄດ້ອັດຄີໄຟ ໂດຍມີຄົນເມົາຢາບ້າແລ້ວປ່ວງບ້າ ແລະ ອາລະວາດຈູດເຮືອນພໍ່ແມ່ ແລະ ເຮືອນຊາວບ້ານວອດວາຍ 3 ຫລັງທີ່ ເມືອງວຽງທອງ ແຂວງບໍລິຄຳໄຊ.






ຂໍ້ມູນເບື້ອງຕົ້ນຈາກຊາວບ້ານບອກໃຫ້ຮູ້ວ່າ : ລູກຊາຍຕິດຢາບ້າ ແລະ ຂໍເງິນພໍ່ແມ່ ແຕ່ພໍ່ແມ່ປະຕິເສດບໍ່ໃຫ້ ແລ້ວຜູ້ກ່ຽວຈິ່ງອາລົມໂມໂຫ ແລະ ອາລະວາດຢ່າງໜັກໜ່ວງ ກ່ອນຈະລົງມືຈູດເຮືອນຕົນເອງ ແລ້ວໄຟລຸກລາມໄປໄໝ້ເຮືອນໃກ້ຄຽງອີກ 3 ຫຼັງ. ໃນຂະນະໄຟໄໝ້ ເຈົ້າໜ້າທີ່ ແລະ ປະຊາຊົນ ໄດ້ພາກັນຊ່ວຍດັບໄຟກັນຢ່າງຊຸນລະມົນ ແຕ່ເນື່ອງຈາກແປວໄຟລຸກຂື້ນຮຸນແຮງ ຈິ່ງບໍ່ສາມາດສະກັດໄວ້ໄດ້ ເຮັດໄຟລຸກລາມໂດຍໄວ ແລະ ໄໝ້ເຮືອນໝົດກ້ຽງ.





ພາຍຫຼັງທີ່ເກີດເຫດ ເຈົ້າໜ້າທີ່ ສາມາດຈັບຜູ້ກໍ່ເຫດ ແລະ ຈະດຳເນີນການຕໍ່ໄປຕາມລະບຽດກົດໝາຍບ້ານເມືອງຕໍ່ໄປ.  ຝາກເປັນເລື່ອງອຸທາຫອນສໍາລັບເບິ່ງແຍ່ງລູກຫຼານໃຫ້ຫ່າງໄກສິງເສບຕິດ ແລະ ສິ່ງແວດລ້ອມທີ່ຈະເຮັດໃຫ້ລູກຫຼານຕົກເປັນທາດຂອງເຫື່ອຍສັງຄົມ (ສິງເສບຕິດ) ແລະ ພຶດຕິກໍາອານໍາໄປສູ່ວົງວຽນຢານາລົກນີ້. 



ພາບ ແລະ ຂ່າວ:​ Kheit Sk
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.