Header Ads

ລັດສັ່ງປິດໂຮງງານ​ແຍກ-ຫຼອມ​ສິ່ງ​​ເສດ​ເຫຼືອ​ເອ​ເລັກ​ໂຕຣນິກທີ່​ບໍ່​ໄດ້​ມາດຕະຖານ 2 ແຫ່ງ




ລັດສັ່ງປິດໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອເອເລັກໂຕຣນິກທີ່ບໍ່ໄດ້ມາດຕະຖານ 2 ​ແຫ່ງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໃຫ້ຮູ້ວ່າ: ຕາມບົດແນະນໍາກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເລກທີ 0744/ກຊສ ລົງວັນທີ 11 ກຸມພາ 2015 ແລະ ບົດແນະນໍາກ່ຽວກັບການຄວບຄຸມມົນລະພິດສະບັບເລກທີ 0745/ກຊສ ລົງວັນທີ 11 ກຸມພາ 2015 ກະຊວງອຸດສະຫະກໍາ ແລະ ການຄ້າ ສົມທົບກັບທ້ອງຖິ່ນກ່ຽວຂ້ອງໄດ້ລົງກວດກາໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອເອເລັກໂຕຣນິກ ຈໍານວນ 13 ແຫ່ງ ແລະ ໄດ້ສັ່ງປິດ 2 ແຫ່ງຄື: ຢູ່ນະຄອນຫຼວງວຽງຈັນ 1 ແຫ່ງ ແລະ ຢູ່ແຂວງຫຼວງນໍ້າທາ 1 ແຫ່ງ ແມ່ນໃຫ້ຍຸດຕິຜະລິດຢ່າງຖາວອນ.
ເນື່ອງຈາກໂຮງງານດັ່ງກ່າວຕັ້ງຢູ່ບ່ອນບໍ່ເໝາະສົມ ແລະ ສົ່ງມົນລະພິດຕໍ່ລະບົບນິເວດ ແລະ ຊຸມຊົນໃນເຂດດັ່ງກ່າວ ແລະ ເມື່ອບໍ່ດົນມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍໄດ້ອອກແຈ້ງການໃຫ້ລົງຕິດຕາມກວດກາ ແລະ ເກັບຂໍ້ມູນໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອເອເລັກໂຕຣນິກ ແລະ ໝໍ້ໄຟເກົ່າໃນທົ່ວປະເທດ ສະບັບເລກທີ 1855/ຫສນຍ.ກລຂ ເພື່ອປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນມົນລະພິດທີ່ເກີດຈາກສານເຄມີເປັນພິດທີ່ບໍ່ສາມາດປ້ອງກັນໄດ້, ພ້ອມນັ້ນ ກໍເພື່ອກວດກາຄືນກ່ຽວກັບມາດຕະການ ແລະ ຄຸນະພາບຂອງບັນດາໂຮງງານດັ່ງກ່າວ, ໂດຍສະເພາະການນໍາເຂົ້າ ແລະ ການນໍາໃຊ້ວັດຖຸດິບ (ເຄື່ອງເອເລັກໂຕຣນິກ ແລະ ໝໍ້ໄຟເກົ່າ) ໃຫ້ປະຕິບັດຕາມລະບຽບ ແລະ ການກໍານົດມາດຕະຖານຈາກກະຊວງກ່ຽວຂ້ອງຢ່າງເຂັ້ມງວດ.

ແຫລ່ງຂ່າວ : ໜັງສືພິມເສດຖະກິດ-ສັງຄົມ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.