Header Ads

ທ່າແຕງ ຄັດເລືອກ ນັກຮຽນເກັ່ງປີ 2018




ໃນວັນທີ 2 ມີນາ 2018 ນີ້, ຢູ່ທີ່ສະໂມສອນຂອງເມືອງ, ຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ ແຂວງເຊກອງ ໄດ້ຈັດການສອບເສັງຄັດເລືອກ ນັກຮຽນເກັ່ງຊັ້ນ ປໍ 5, ມໍ 4 ແລະ ມໍ 7, ໂດຍການເປັນປະທານຂອງທ່ານນາງ ດວງຈັນ ເທບບົວລະບັດ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງ ທ່າແຕງ, ມີຄູອາຈານ, ນັກຮຽນທີ່ເປັນຕົວແທນຈາກໂຮງຮຽນແຫ່ງຕ່າງໆທົ່ວເມືອງ ທ່າແຕງ ເຂົ້າຮ່ວມສອບເສັງທັງໝົດ 90 ຄົນ, ຍິງ 56.



ທ່ານ ສຸກກັນຍາ ຊາພັກດີ ຫົວໜ້າໜ່ວຍງານເດັກກ່ອນໄວຮຽນ ຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຕງ ໄດ້ຊີ້ແຈງຜົນການສອບເສັ່ງຄັດເລືອກນັກຮຽນເກັ່ງຊັ້ນ ປໍ 5, ມໍ 4 ແລະ ມໍ 7 ປີ 2018 ວ່າ: ປີນີ້ມີຕົວແທນຈາກໂຮງຮຽນແຫ່ງຕ່າງໆທົ່ວເມືອງເຂົ້າຮ່ວມ ສອບເສັງຈໍານວນ 90 ຄົນ, ຍິງ 56 ຄົນ, ໃນນີ້ຊັ້ນ ປໍ 5 ມີ 18 ຄົນ, ຍິງ 14 ຄົນ, ມໍ 4 ແລ ມໍ 7 ມີ 72 ຄົນ, ຍິງ 42 ຄົນ, ເຊິ່ງຊັ້ນ ປໍ 5 ສອບເສັງ 3 ວິຊາຄື: ວິຊາພາສາລາວ,ຄະນິດສາດ ແລະ ວິຊາໂລກອ້ອມຕົວ, ຜົນການສອບເສັງ ວິຊາພາສາລາວອັນດັບທີ 1 ໄດ້ແກ່ນາງ ບຸກຜາພັນ ຈາກໂຮງຮຽນປະຖົມກົງຕາຢູນ, ທີ 2 ນາງ ຢຸດສະຫວາດ ຈາກໂຮງຮຽນປະຖົມຍົກທົ່ງ, ວິຊາຄະນິດສາດອັນດັບທີ 1 ທ້າວ ໂລ່ຍ ໂພຈັນຄອງ ຈາກໂຮງຮຽປະຖົມກໍາກອກ, ທີ 2 ນາງ ຕາຄໍາ ໂລຫາຊາດ ຈາກໂຮງຮຽນປະຖົມຫົວເມືອງ, ວິຊາໂລກອ້ອມຕົວອັນດັບທີ 1 ນາງ ກົງໄຈ ຈັນທະລັງສີ ຈາກໂຮງຮຽນປະຖົມກໍາກອກ, ທີ 2 ນາງ ນິໂຄ ອຸດົມຄະຕິ ຈາກໂຮງຮຽນປະຖົມຫົວເມືອງ, ຊັ້ນ ມໍ 4 ແລະ ມໍ 7 ສອບເສັງ 4 ວິຊາຄື: 



ວິຊາພາສາລາວ,ຄະນິດສາດ,ເຄມີສາດ,ຟິຊິກສາດ, ຜນການສອອບເສັງ ວິຊາພາສາລາວອັນດັບທີ 1 ນາງ ສຸພາຄໍາ ຍອດມະນີມໍຕົ້ນຫົວເມືອງ ແລະ ນາງ ຈ່ອຍ ອັກຄະລະຄໍາໃບ ມສ ກະປື, ທີ 2 ທ້າວ ນະລິນທອນ ເກດຈັນ ມສ ທ່າແຕງ ແລະ ນາງ ໄພມະນີ ດວງມະນີວົງ ມສ ທ່າແຕງ, ວິຊາຄະນິດສາດອັນດັບທີ 1 ທ້າວ ຄໍາມະເມຍ ແກ້ວວິລາດ ມສ ດອນຊາ ແລະ ທ້າວ ສົມພາ ອິນທະຈອນ ມສ ດອນຊາ, ທີ 2 ທ້າວ ພູເງິນ ອາລຸນນອ໋ກ ມໍຕົ້ນໜອງນົກ ແລະ ນາງ ວິໄລພອນ ສອນສຸວັນ ມສ ທ່າແຕງ, ວິຊາເຄມີສາດອັນດັບທີ 1 ທ້າວ ເພັດອາລຸນ ສຸລິຍະວົງສາ ມສ ທ່າແຕງ ແລະ ນາງ ມູນເວດ ທິພອນ ມສ ຈຸນລາ, ທີ 2 ນາງ ວັນຈັນ ຍາລີຈຸນ ມໍຕົ້ນກັນດອນ ແລະ ທ້າວ ໄຊຍະເດດ ມສ ດອນຊາ, ວິຊາຟິຊິກສາດ ອັນດັບທີ 1 ນາງ ແນັດສະຫວັນ ຄູນາປົນ ມໍຕົ້ນກົກພຸງໄຕ້ ແລະ ນາງ ຄືນທະລີ ວືອິນຍາວ ມສ ຈຸນລາ, ທີ 2 ທ້າວ ເອື່ອນ ຄໍາບູລອດ ມໍຕົ້ນໂທນນ້ອຍ ແລະ ທ້າວ ສີສະຫັວນ ແສງທະວົງ ມສ ກະປື. ຈໍານວນ 11 ຄົນດັ່ງກ່າວ ທີ່ສອບເສັງໄດ້ອັນດັບທີ 1 ແລະ ທີ 2 ຊັ້ນ ປໍ 5, ມໍ 4 ແລະ ມໍ 7 ແມ່ນຈະໄດ້ເປັນຕົວແທນນັກຮຽນເກັງຂອງເມືອງທ່າແຕງ ເພື່ອກະກຽມບັ້ນການສອບເສັ່ງຄັດເລືອກນັກຮຽນເກັ່ງຂັ້ນແຂວງເຊກອງ ໃນເດືອນ ມີນາ ນີ້. 



ໂອກາດ ດັ່ງກ່າວ ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ ຍັງໄດ້ມອບຂອງຂວັນລາງວັນສຳລັບຜູ້ທີ່ໄດ້ທີ 1 ແລະ ທີ 2 ເປັນທຶນຊຸກຍູ້ການສຶກສາຈໍານວນໜື່ງ. ທັງນີ້ ກໍ່ເພື່ອກະຕຸກຊຸກຍູ້ສົ່ງເສີມໃຫ້ນັກຮຽນບຸກໜ້າບືນຕົວສ້າງຕົນເອງໃຫ້ກາຍເປັນຄົນຮຽນດີ, ຮຽນເກັ່ງ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.




ຂ່າວ: ພອນ ບຸນອຸທິດ (ຂ່າວແຂວງເຊກອງ)
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.