Header Ads

ລົດໃຫ່ຍຕຳລົດຈັກແລ້ວຫຼົບໜີ ເສຍຊິວິດຄາທີ່ 1ຄົນ ແລະ ເຈັບສາຫັດ 1 ຄົນ




ອີງຕາມການລາຍງານຂອງກູ້ໄພວ່າ : ໃນເວລາປະມານ 5:30 ນາທີ ຂອງວັນທີ 30 ມີນາ 2018 ໜ່ວຍກູ້ໄພໄດ້ຮັບແຈ້ງເຂົ້າເບີສຸກເສີນ1624 ວ່າມີລົດໃຫ່ຍຕຳລົດຈັກແລ້ວໜີຢູ່ເສັ້ນທາງທົ່ງປົ່ງ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.  ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ບາດເຈັບອາການສາຫັດ 1 ຄົນ ຜູ້ເປັນຜົວ ເຊິ່ງມີອາການຖືກກະທົບຫົວຢ່າງແຮງ,ເສຍເລືອດຫຼາຍທີມງານ ທີມງານໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ150ຕຽງໂດຍດ່ວນ ແລະ ຜູ້ເສຍຊິວິດເປັນເມຍ ເນື່ອງຈາກຖືກກະທົບຫົວໃສ່ພື້ນຢ່າງແຮງ ມີບາດແຜຈີກເປີດໃຫ່ຍບໍລິເວນຫົວ,ເສຍເລືອດຫຼາຍ ເຮັດໃຫ້ເສຍຊິວິດຄາທີ່ເກີດເຫດ.











ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະສານຫາເຈົ້າໜ້າທີ່ຕຳຫຼວດເພື່ອເກັບກຳຂໍ້ມູນ ແລະ ປະສານຫາພີ່ນ້ອງເພື່ອເຮັດດິທີທາງສາດສະໜາ.


ພາບ ແລະ ຂ່າວ:  ກູ້ໄພ ນະຄອນຫຼວງວຽງຈັນ  1624

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.