Header Ads

ພິທີມອບ - ຮັບ ທຶນພັດທະນາການເປັນຢູ່ ໃຫ້ແກ່ຊາວບ້ານ ຈຳນວນ 17 ບ້ານ ທີ່ເມືອງວັງວຽງ ແຂວງວຽງຈັນ




ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີພິທີມອບ - ຮັບທຶນພັດທະນາການເປັນຢູ່ ໃຫ້ແກ່ຊາວບ້ານ ຈຳນວນ 17 ບ້ານ, ທີ່ເມືອງວັງວຽງ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີ ທ່ານ ສີທາເຮັງ ທອງສະຫວັນ ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ, ມີບັນດາກົມ, ພະນັກງານຈາກແຂວງ, ເມືອງ ທີ່ກ້ຽວຂ້ອງ ແລະ 17 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ຊົງໄຊ ຣັດຕະນະຄໍາເພັດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ສົກປີ 2015-2016 ແລະ ທິດທາງແຜນການສົກປີ 2017-2018 ວ່າ: ແຂວງວຽງຈັນ ມີປ່າຜະລິດແຫ່ງຊາດ ທີ່ໄດ້ຮັບຈາກການຮັບຮອງຈາກລັດຖະບານແລ້ວ ຈຳນວນ 4 ເຂດ, ມີເນື້ອທີ່ທັງ ໝົດ 241,539 ເຮັກຕາ, ກວມເອົາ 6 ເມືອງ, ມີ 12 ກຸ່ມບ້ານ, ມີ 124 ບ້ານເປົ້າໝາຍ ຂອງໂຄງການ. ສ່ວນເມືອງວັງວຽງ ຂອງມີປ່າຜະລິດ 2 ແຫ່ງ ຄື: ກຸ່ມວັງວຽງ, ກຸ່ມນາລ້ອງກ້ວາງ ແລະ ກຸ່ມຖີ່ນອ່ອນ. ຈຸດປະສົງ: ກໍ່ເພື່ອເປັນການຈັດຕັ້ງນະໂຍບາຍ, ເພື່ອສ້າງໂອກາດ, ສ້າງເງື່ອນໄຂ ໃຫ້ປະຊາຊົນໄດ້ມີສ່ວນເຂົ້າຮ່ວມຢ່າງຕັ້ງໜ້າ, ເພື່ອເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ໃນເຂດຜະລິດ ໄດ້ຮັບການຈັດຕັ້ງປະຕິບັດ, ເພື່ອເຮັດໃຫ້ຊີວິດຂອງປະຊາຊົນບັນດາເຜົ່າ ຢູ່ໃນເຂດການຜະລິດໄດ້ຮັບການປັບປຸງ ພັດທະນາໃຫ້ດີກວ່າເກົ່າ.


ໂຄງການດັ່ງກ່າວ ໄດ້ມີການປະຊຸ່ມວາງແຜນ, ສະຫຼຸບໂຄງການ, ເຝິກອົບຮົມສ້າງແຜນຂຸດຄົ້ນໄມ້, ສໍາມະນາກ່ຽວກັບບົດສະເໜີແຜນຟື້ນຟູປ່າໄມ້, ຈັດຕັ້ງປະຕິບັດວຽກງານປ່າໄມ້ແບບຢືນນານ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອື່ນໆ. ເຮັດບົດສະເໜີຂໍທືນພັດທະນາຊີວິດການເປັນຢູ່, ເປີດບັນຊີທະນາຄານຂອງບ້ານ ຈໍານວນ 17 ບ້ານສໍາເລັດ 100%, ບ້ານທີ່ນຳໃຊ້ທຶນທີ່ເຮັດໄດ້ດີມີ ຈຳນວນ 7 ບ້ານຄື: ບ້ານນາຍາວ, ບ້ານນ້ຳແປ, ບ້ານໂພນສູງ, ບ້ານ ນາມ່ວງ, ບ້ານວັງຊອງ, ບ້ານນາໄຊ, ບ້ານນາຄູນ. ບ້ານທີ່ນຳໃຊ້ທຶນທີ່ເຮັດໄດ້ປານກາງມີ 6 ບ້ານ ຄື: ບ້ານໂພນໄຊ ( ຄຸ້ມໂພນໄຊ ), ບ້ານຜາທອງ ( ຄຸ້ມໂພນງາມໃຕ້ ), ບ້ານໂພນຄຳ ( ຄຸ້ມບ້ານງີ້ວ ແລະ ຄຸ້ມໂພນສ້າງ ), ບ້ານໂພນໄຊ ( ຄຸ້ມນາດີ ), ບ້ານໂພນຊອງ. ສ່ວນທິດທາງແຜນການແມ່ນຈະໄດ້ສືບຕໍ່ການສຳຫຼວດພື້ນທີ່ທາງເລືອກຂອງການຟື້ນຟູປ່າໄມ້, ສືບຕໍ່ພັດທະນາຄວາມສາມາດກ່ຽວກັບວຽກງານບໍລິຫານຂອງກຸ່ມຜະລິດ ແລະ ອື່ນໆ.



ໃຫ້ກຽດມອບເງິນ ຈໍານວນ 638 ລ້ານກວ່າກີບ. ໂດຍແມ່ນ ທ່ານ ສີທາເຮັງ ທອງສະຫວັນ ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ແລະ ກ່າວຮັບໂດຍແມ່ນ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ. ຫລັງຈາກນັ້ນ, ທ່ານຮອງເຈົ້າເມືອງໆວັງວຽງກໍ່ຍັງໄດ້ມອບເງິນ ຈຳນວນ 31 ລ້ານກວ່າກີບ ມີ 11 ບ້ານ ແລະ ຈຳນວນ 63 ກວ່າລ້ານກີບ ມີ 3 ບ້ານ.

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.