Header Ads

ນັກລົງທຶນຈາກຈີນສົນໃຈຮ່ວມຖືຮຸ້ນກັບສາຍການບິນແຫ່ງຊາດຂອງລາວ



ນັກລົງທຶນຈາກຈີນເປັນໜຶ່ງໃນບັນດາ 8 ນັກຮ່ວມທຶນ ຫຼື ບໍລິສັດທີ່ມີຄວາມສົນໃຈຮ່ວມຖືຮຸ້ນກັບສາຍການບິນແຫ່ງຊາດຂອງລາວ ເຊັ່ນດຽວກັນກັບບໍລິສັດຈາກເກົາຫຼີ ແລະ ໄທ , ແຕ່ພາຍຫຼັງການພິຈາລະນາເຫັນວ່ານັກຮ່ວມທຶນຈາກຈີນມີຄຸນສົມບັດ ແລະ ມີເງືອນໃຂດີທີ່ສຸດ ເຊິ່ງນັກລົງທຶນດັ່ງກ່າວໄດ້ດໍາເນີນທຸລະກິດອະສັງຫາລິມະສັບ ແລະ ສາຍການບິນໃນ ສປ.ຈີນ ມາກ່ອນ.





ທ່ານ ຈະເລີນ ເຢຍປາວເຮີ ໄດ້ເປີດເຜີຍ ແກ່ສື່ມວນຊົນ ແລະ ແອຣ໌ໂຣ ລາວ ວ່າ: ພາກລັດບໍ່ມີຄວາມປະສົງຈະຂາຍກິດຈະການການບິນ ແຫ່ງຊາດ ແຕ່ເບິ່ງຫາຄູ່ຮ່ວມທຸລະກິດທີ່ມີເງື່ອນໃຂຄົບຖ້ວນທີ່ສຸດເຂົ້າມາພັດທະນາສາຍການບິນແຫ່ງຊາດ .
ປະຈຸບັນນີ້ສາຍການບິນແຫ່ງຊາດມີພາຫະນະການບິນປະເພດອາຍພົນ Single Aisle /Airbus A320 ຈໍານວນ4ລໍາ ແລະ ຈັກໃບພັດ Turboprop /ATR72-500/600 ຈໍານວນ7ລໍາ ,ລວມທັງໝົດເປັນ 11ລໍາ .


ເຊິ່ງໃນປີ 2016 ສາຍການບິນແຫ່ງຊາດໄດ້ໃຫ້ບໍລິການຜູ້ໂດຍສານແລ້ວ 924,924ຄົນ ໃນນັ້ນເປັນຕ່າງປະເທດຈໍານວນ 543,422ຄົນ,
ໃນກອງປະຊຸມສະພາແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄໍາຄິດເຫັນຕໍ່ສະພາແຫ່ງຊາດ ສະເໜີວ່າວິສາຫະກິດຂອງລັດບາງຂະແໜງຄວນຫຼຸດຜ່ອນການອິງໄສ່ງົບປະມານແຫ່ງລັດ ໂດຍຫັນເປັນທຸລະກິດ ແລະ ຄູ່ຮ່ວມສາກົນຫຼາຍຂຶ້ນ .

ທີ່ມາ:  AeroLAOS | ເພຈຂ່າວການບິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.