Header Ads

ສານອາຍາໄທນຳໂຕ ໄຊຊະນະ ແກ້ວພິມພາ ໄປພິຈາລະນາຄະດີ



ວັນທີ 15 ກຸມພາ 2018 ເວລາ 8:30 ສານອາຍາ ເບີກໂຕ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດລາວ ຈາກສະຖານກັກຂັງພິເສດກຸງເທບ ໄປຍັງສານອາຍາ ຫຼັງສານນັດສືບພະຍານໂຈດ


ໃນຄະດີທີ່ພະນັກງານໄອຍະການພິເສດຝ່າຍຄະດີຢາເສບຕິດ 10 ສຳນັກງານໄອຍະການສູງສຸດ(ໄທ) ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ເປັນຈຳເລີຍ ຄະດີໝາຍເລກດຳ ອຍ.1642/2560 ໃນຄວາມຜິດຖານຮ່ວມກັນຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າຢາບ້າເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ຕາມບັນຍັດຢາເສບຕິດໃຫ້ໂທດ ພສ 2522 ແລະ ບັນຍັດມາຕະການໃນການປາບປາມຜູ້ກະທຳອິດກ່ຽວກັບຢາເສບຕິດ ພສ 2534 ໂດຍສານຈະເລິ່ມພິຈາລະນາຄະດີໃນເວລາ 10:00 ຂອງມື້ນີ້.


ທ້າວ ໄຊຊະນະ ແກ້ວພິມພາ ຖືກຈັບເມື່ອເດືອນມັັງກອນ 2017 ຈົນມີການຟ້ອງຄະດີ ບໍ່ເຄີຍໄດ້ຮັບການປະກັນໂຕ ແລະມື້ນີ້ຂະນະຖືກຄຸມໂຕໄປຍັງສານອາຍາ ທ້າວ ໄຊຊະນະ ມີສີໜ້າເສີຍໆ ໃນຊຸດນັກໂທດສີນໍ້າຕານ.

ທີ່ມາ: ລາວໂພສ
© ຈໍາປາໂພສ |  www.champapost.com

________

No comments

Powered by Blogger.