Header Ads

ປີນີ້ ລາວໂທລະຄົມ ຕັ້ງເປົ້າຖານລູກຄ້າໃຫ້ໄດ້ 3 ລ້ານເລກໝາຍ



ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2017 ຂຶ້ນໃນວັນທີ 14 ກຸມພາ 2018 ທີ່ສຳນັກງານໃຫຍ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ( ລລທ ) ໂດຍການເປັນປະທານຂອງ ທ່ານ ທັນສະໄໜ ກົມມະກິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ), ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ, ມີບັນດາພະນັກງານອ້ອມຂ້າງ ລລທ ສູນກາງ ແລະ ສາຂາທົ່ວປະເທດເຂົ້າຮ່ວມ.



ທ່ານ ຖາວອນ ສົມສະກຸນ ກ່າວບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ 2017 ແລະ ທິດທາງແຜນການໃນປີ 2018 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານທີ່ ລາວໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໃນມູນຄ່າທັງໝົດ 82.8 ລ້ານໂດລາສະຫະລັດ, ປັດຈຸບັນ ລາວໂທລະຄົມ ມີສະຖານີມືຖື 2G, 3G, 4G ແລະ 4.5 G ທັງໝົດ 5,711 ສະຖານີ, ມີສັນຍານໂທລະສັບມືຖືຄວບຄຸມໄດ້ 18 ແຂວງ, 148 ເມືອງ 8,500 ກວ່າບ້ານ. ໃນນີ້, 2G ກວມ 59%, 3G ກວມ 38% ແລະ 4G ກວມ 10% ຂອງຈຳນວນໝູ່ບ້ານທັງໝົດ ແລະ 4.5 G ກວມເອົາ 5% ຂອງຕົວເມືອງໃຫຍ່.



ທັງໝົດເຫຼົ່ານັ້ນມັນໄດ້ກາຍເປັນປັດໃຈຫຼັກທີ່ຊຸກຍູ້ໃຫ້ ລາວໂທລະຄົມ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້, ມາຮອດປັດຈຸບັນມີລູກຄ້າໃຊ້ໂທລະສັບມືຖືໃນລະບົບ ຈຳນວນ 1.6 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 40 ພັນເລກໝາຍ, ໂທລະສັບວິນໂຟນ 430 ພັນເລກໝາຍ ແລະ ອິນເຕີເນັດ 1.5 ລ້ານເລກໝາຍ; ໃນປີ 2017 ຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1,843.5 ຕື້ກີບ ( ລວມອາກອນ ) ເພີ່ມຂຶ້ນຈາກປີ 2016 ເທົ່າກັບ 1.8%. ໃນນັ້ນ, ມີກຳໄລສຸດທິ 381 ຕື້ກີບ, ສາມາດປະຕິບັດພັນທະໃຫ້ລັດຖະບານທັງໝົດຈຳນວນ 535.2 ຕື້ກີບ ເຊິ່ງກວມເອົາອັດຕາສ່ວນ 34.7% ຂອງລາຍຮັບທີ່ ລາວໂທລະຄົມ ປະຕິບັດໄດ້ໃນປີ 2017. ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານໃຫ້ດີຂຶ້ນເລື້ອຍໆໄປຄຽງຄູ່ກັບການດຳເນີນທຸລະກິດ.



ທ່ານກ່າວຕື່ມວ່າ: ສຳລັບແຜນການປີ 2018 ນີ້ ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃຫ້ໄດ້ 3.4 ລ້ານເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1,985.5 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 7.7% ຄາດຄະເນກຳໄລສຸດທິໃຫ້ໄດ້ 409.7 ຕື້ກີບ ເພີ່ມຂຶ້ນ 7.5% ແລະ ຄາດຄະເນວ່າຈະສາມາດມອບພັນທະໃຫ້ລັດຖະບານຈຳນວນ 568 ຕື້ກີບ ກວມເອົາອັດຕາສ່ວນບໍ່ຫຼຸດ 30% ຂອງລາຍຮັບປີ 2018. ນອກນັ້ນ, ຍັງໄດ້ລົງທຶນໃນເບື້ອງຕົ້ນ ເຊິ່ງມີມູນຄ່າທັງໝົດ 50 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໂດຍສະເພາະແມ່ນອິນເຕີເນັດ Mobile Broadband and Fixed Broadband ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ມີລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມລາວ.



ທີ່ມາ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.