Header Ads

ແມ່ຫົວໃຈສະຫລາຍ! ລູກສາວຍັງຮຽນພຽງ ມ7 ໂດດຂົວຂ້າຕົວຕາຍ ທີ່ເມືອງງອຍ ແຂວງຫຼວງພະບາງ





ໃນວັນທີ 23/2/2018 ໄດ້ເກີດເຫດເສົ້າສະຫຼົດໃຈ ເລື່ອງ : ນັກຮຽນ ມ7 ໂດດຂົວຂ້າໂຕຕາຍ ທີ່ຂົວປາກງາ ເມືອງງອຍ ແຂວງຫຼວງພະບາງ ໂດຍຜູ້ເສຍຊີວິດ ຊື່ ນາງວັນດີ ຍັງຮຽນຢູ່ ຫ້ອງ ມ7 ເທົ່ານັ້ນ. ຂໍ້ມູນເບື້ອງຕົ້ນລະບຸວ່າຜູ້ເສຍຊີວິດເປັນຄົນບ້ານປາກຈອມເມືອງງອຍ ແຂວງຫຼວງພະບາງ  ເຊິ່ງສາເຫດ ແລະ ແຮງຈູງໃຈໃນການຂ້າໂຕຕາຍໃນຄັ້ງນີ້ແມ່ນຍັງບໍ່ທັນຮູ້ເທື່ອ ແຕ່ຈາກຂໍ້ມູນບອກເລົ່າຂອງຊາວບ້ານ ບອກໃຫ້ຮູ້ວ່າອາດເປັນບັນຫາຄອບຄົວ ເນື່ອງຈາກພໍ່ຜູ້ຕາຍຫາກໍ່ເສຍຊີວິດໄດ້ປະມານ 10 ວັນຜ່ານມາກ່ອນໜ້າທີ່ສາວນ້ອຍຄົນນີ້ຈະຕັດສີນໃຈໂດດຂົວ ຂ້າໂຕຕາຍຈົນກາຍເປັນເຫດໂສກອານາດຕະກໍາໃນຄັ້ງນີ້.










© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.