Header Ads

ປະເມີນຄວາມເສຍຫາຍຈາກລົມພາຍຸລະດູຮ້ອນ ເບື້ອງຕົ້ນມີ 800 ກວ່າຄົນໃນ 17 ບ້ານໄດ້ຮັບ ຜົນກະທົບ



ອີງຕາມການລາຍງານຂອງ ຂ່າວທ້ອງຖີ່ນເມືອງວຽງຄໍາວ່າ : ຈາກການປະເມີນຄວາມເສຍຫາຍ ເບື້ອງຕົ້ນຈາກເຫດລົດພະຍຸລະດູຮ້ອນ ເຮັດໃຫເກີດມີພາຍຸລົມ, ຝົນ ແລະ  ໝາກເຫັບຕົກ ຢູ່ເມືອງວຽງຄຳ ແຂວງຫຼວງພະບາງ ໃນຕອນແລງວັນທີ 22 ກຸມພາ 2018 ເຮັດໃຫ້ປະຊາຊົນ ຫຼາຍກວ່າ 800 ຄົນໃນ 17 ບ້ານ ພາຍໃນເມືອງໄດ້ຮັບຜົນກະທົບ ເປັນຕັ້ນແມ່ນ ບ້ານເຮືອນ,ສັດລ້ຽງ,  ໂຮງຮຽນ ແລະ ຮົ້ວສວນ ເປ່ເພ ເສຍຫາຍຢ່າງໜັກ ແລະ ມີຜູ້ໄດ້ຮັບບາດເຈັບ 1 ຄົນ ລວມມູນຄ່າເສຍຫາຍຫຼາຍກວ່າ 2 ຕື້ກີບ.  ປະຈຸບັນ ທາງອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ພວມເລັ່ງລົງມືໃຫ້ການຊ່ວຍເຫຼືອເບຶ້ອງຕົ້ນໃນການປົວແປງບ້ານເຮືອ ແລະ ຮົ້ວສວນ.







ພາບ ແລະ ຂ່າວ: ຂ່າວເມືອງວຽງຄໍາ

© ຈໍາປາໂພສ |  www.champapost.com
_________ 

No comments

Powered by Blogger.