Header Ads

ພາກລັດ ແລະ ຜູ້ປະກອບການ ປຶກສາຫາລືແກ້ໄຂບັນຫາອັດຕັນການດຳເນີນທຸລະກິດ




ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ສະພາການການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງຂະແຫນງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຂຶ້ນໃນວັນທີ 20 ກຸມພາ 2018 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສິລິສຳພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ ແລະ ມີພາກລັດ, ພາກເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມ.



ທ່ານ ສິລິສໍາພັນ ວໍຣະຈິດ ໄດ້ກ່າວວ່າ: ກອງປະຊຸມໃນມື້ນີ້ເພື່ອເປີດໂອກາດໃຫ້ຕົວແທນ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ບັນດາສະມາຊິກ ໄດ້ຮ່ວມປຶກສາຫາລືກັບໜ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານເພື່ອຄົ້ນຄວ້າ ແລະ ແກ້ໄຂບັນຫາ ຫຼື ຂໍ້ຂ້ອງໃຈທີ່ພາກທຸລະກິດຍົກຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມທຸລະກິດລາວຄັ້ງທີ 11 ທີ່ຄາດວ່າຈະຖືກຈັດຂຶ້ນໃນໃນເດືອນເມສາ 2018 ແລະ ເປັນການປຶກສາຫາລືແບບວິຊາການລະຫວ່າງພາກທຸລະກິດ ແລະ ພາກລັດ ເພື່ອແກ້ໄຂຫລາຍບັນຫາຫຼາຍຂະແໜງການທີ່ປະກອບມີຂະແຫນງການຜະລິດ, ການບໍລິການ, ການຂົນສົ່ງ, ການເງິນ, ປະກັນໄພ, ລັດວິສາຫະກິດ, ທຸລະກິດຂະຫນາດນ້ອຍ ແລະ ຂະຫນາດກາງ .



ກອງປະຊຸມນີ້ ຈັດຂຶ້ນພາຍຫລັງບັນດາຫນ່ວຍງານພາກທຸລະກິດໄດ້ກຳນົດບັນຫາທີ່ເປັນບູລິມະສິດຂອງເຂົາເຈົ້າ ເພື່ອເປີດໂອກາດໃຫ້ເຂົາເຈົ້າໄດ້ສັງລວມບັນຫາຕ່າງໆ, ເປັນການສືບຕໍ່ໃນລະດັບວິ ຊາການ ແມ່ນຈະໄດ້ຮັບຟັງບັນຫາ ແລະ ວິທີແກ້ໄຂຈາກພາກທຸລະກິດ  ພ້ອມທັງເປີດໂອກາດໃຫ້ແກ່ພາກທຸລະກິດສອບຖາມ, ປຶກສາຫາລືຂໍ້ຂ້ອງໃຈ ແລະ ປຶກສາຫາລືວິທີແກ້ໄຂບັນຫາ ຮ່ວມກັນກັບຂະແຫນງການທີ່ກ່ຽວຂ້ອງຂອງພາກລັດ ເຊິ່ງລວມມີຄື:



ການຂໍຈົດທະບຽນວິສາຫະກິດ ແລະ ຂໍໃບອະນຸຍາດດຳເນີນທຸລະກິດ.
ການດຳເນີນທຸລະກິດ ທີ່ບໍ່ໄດ້ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ.
ນະໂຍບາຍສົ່ງເສີມສະຕາດອັບ Startups (E-Commerce) ຈາກລັດຖະບານ.
ການຂໍວີຊາສຳລັບພະນັກງານ ສະພາການຄ້າຕ່າງປະເທດ ປະຈຳລາວ.
ການສົ່ງເສີມການທ່ອງທ່ຽວ, ຄ່າທຳນຽມຂຶ້ນທະບຽນ ອ.ຍ ແລະ ຄ່າທຳນຽມຈົດເຄື່ອງໝາຍການຄ້າທັງແພງບໍ່ເປັນລະບົບ. ນອກນັ້ນ, ບັນດາທ່ານຈະໃຊ້ໂອກາດນີ້ສອບຖາມ ແລະ ປຶກສາຫາລືບັນຫາຢ່າງສ້າງສັນ, ກົງປະເດັນ ແລະ ເປັນປະໂຫຍດແກ່ສ່ວນລວມ.



ດ້ານ ທ່ານ ນາງ ວາລີ ເວດຊະພົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເປັນເວທີສຳຄັນສຳລັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການດຳເນີນທຸລະກິດ ແນໃສ່ສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງພາກທຸລະກິດ ແລະ ປະ ກອບສ່ວນຂອງພາກທຸລະກິດເຂົ້າໃນການບັນລຸເປົ້າໝາຍການພັດທະນາຂອງປະເທດເຮົາ. ສະນັ້ນ, ການປຶກສາຫາລືໃນຄັ້ງນີ້ ກໍເປັນເວທີ່ການປຶກສາຫາລືທີ່ສຳຄັນໃນການແກ້ໄຂບັນຫາ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ.



ພາບ ແລະ ຂ່າວ : ເສດຖະກິດ-ການຄ້າ

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.