Header Ads

ອະນຸກຳມະການເປີດປະມູນ “ນໍ້າດື່ມ” ເຊິ່ງເປັນຊັບສິນຂອງພີເອັສ ມູນຄ່າກວ່າ 1 ພັນລ້ານກີບ



ໃນວັນທີ 20 ກຸມພາ 2018 ຜ່ານມານີ້ ຄະນະກຳມະການປະມູນ ແລະ ຂາຍສິນຄ້າ ຂອງອະນຸກຳມະການກວດກາການເຄື່ອນໄຫວ, ຖານະການເງິນ ແລະ ຊັບສິນຂອງບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (PS) ໄດ້ອອກໜັງສືເຊີນມວນຊົນເຂົ້າຮ່ວມການປະມູນຊັບສິນຂອງບໍລິສັດ ພີເອັສ ເຊິ່ງສິນຄ້າທີ່ນຳມາປະມູນແມ່ນ ນໍ້າດື່ມລາວ ມູນຄ່າຕໍ່າສຸດ 1 ພັນ 3 ຮ້ອຍ ລ້ານກີບ



ໃນໜັງສືເຊີນດັ່ງກ່າວ ລະບຸວ່າ ລາຍການນໍ້າດື່ມລາວທີ່ຈະນຳມາປະມູນນັ້ນ ປະກອບດ້ວຍນໍ້າດື່ມລາວ 4 ຂະໜາດຄື 250 ມິນລີລິດ, 350 ມິນລີລິດ, 600 ມິນລີລິດ ແລະ 1,500 ມິນລີລິດ ຈຳນວນກວ່າ 133,000 ແກັດ ເຊິ່ງຜູ້ທີ່ສົນໃຈສາມາດເຂົ້າໄປເບິ່ງສິນຄ້າໂຕຈິງໄດ້ທີ່ບໍລິສັດຕັ້ງແຕ່ວັນທີ 21-27 ກຸມພາ ໃນໂມງລັດຖະການ. ທັງນີ້ ໃນແຈ້ງການໄດ້ກຳນົດວັນປິດຮັບຊອງປະມູນໃນວັນທີ 28 ກຸມພາ 2018 ເວລາ 09:00 ໂມງ ແລະ ເປີດຊອງປະມູນໃນເວລາ 10:00 ໂມງຂອງມື້ດຽວກັນ.


ສຳລັບ ຄະນະກຳມະການກວດກາການເຄື່ອນໄຫວ, ຖານະທາງການເງິນ ແລະ ຊັບສິນຂອງບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ນັ້ນ ໄດ້ຮັບການແຕ່ງຕັ້ງຂຶ້ນໃນວັນທີ 25 ທັນວາ 2017 ພາຍຫຼັງທີ່ເກີດເຫດຊຸມນຸມຂອງບັນດາສະມາຊິກທີ່ໄດ້ເອົາເງິນໄປຮ່ວມທຶນກັບບໍລິສັດ ເພື່ອກົດດັນໃຫ້ປະທານບໍລິສັດສົ່ງເງິນຄືນ.



 ແຫລ່ງຂ່າວ : ໜັງສືພິມວຽງຈັນໃໝ່
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.